ເພີ່ມທະວີການຮ່ວມມີ ລະຫວ່າງຫວຽດນາມ- ຊູດັງໃນຫຼາຍຂົງເຂດ


ເພີ່ມທະວີການຮ່ວມມີ ລະຫວ່າງຫວຽດນາມ- ຊູດັງໃນຫຼາຍຂົງເຂດ - ảnh 1

(ພາບ: omard.gov.vn)

 (vovworld)-ວັນ​ທີ 18/4 ຢູ່​ນະຄອນຫຼວງ Khactum ຂອງ​ຊູ​ດັງ, ຄະນະ​ກຳມະການ​ລັດຖະບານ​ປະສົມ​ລະຫວ່າງ​ລັດຖະບານ​ຫວຽດນາມ-​ຊູ​ດັງ ​ໄດ້​ຈັດ​ສະ​ໄໝ​ປະຊຸມ​ຄັ້ງທີ 1, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ. ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ, ​ເຫັນ​ດີ​ຊຸກຍູ້​ການ​ເຈລະຈາ​​ເພື່ອ​ມຸ້ງ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ບັນດາ​ເອກະສານ, ສັນຍາ ​ແລະ ຂໍ້​ຕົກລົງ​ການ​ຮ່ວມ​ມື​ຄືການ​ຮ່ວມ​ມື​ດ້ານ​ຂົນ​ສົ່ງ​ທາງ​ທະ​ເລ, ຫລີກ​ລ້ຽງ​ການ​ເກັບ​ພາສີ​ຊ້ອນ, ການ​ອາລັກຂາ​ການ​ລົງທຶນ....​ທ່ານ​ດ່າວ​ແທ່ງ​ຈຸ​ງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຊູ​ດັງ ​ໃຫ້​ຮູ້​ວ່າ:

   “ພາຍຫຼັງ​ໄດ້​ເຮັດ​ວຽກ​ເປັນ​ເວລາ 3 ວັນ, ບົນ​ຈິດ​ໃຈ​ມິດຕະພາບ, ຮ່ວມ​ມື ​ແລະ ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ບັນດາ​ການ​ກຳນົດ​ທິດ ກໍ່​ຄື​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-​ຊູ​ດັງ​ໃນ​ບັນດາ​ຂົງ​ເຂດ: ການ​ເມືອງ, ການ​ທູດ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ກະສິກຳ, ອຸດສາຫະກຳ, ວັດ​ທະນະ​ທຳ, ການ​ສຶກ​ສາ-​ບຳລຸງ​ສ້າງ...“./.

ຂ່າວ/ບົດ​ອື່ນ