ເພີ່ມທະວີການຮ່ວມມືການທ່ອງທ່ຽວບັນດານະຄອນໃນພາກພື້ນແມ່ນ້ຳຂອງ

ເພີ່ມທະວີການຮ່ວມມືການທ່ອງທ່ຽວບັນດານະຄອນໃນພາກພື້ນແມ່ນ້ຳຂອງ - ảnh 1
ພາບ​ປະ​ກອບ:internet

(vovworld)-​ແຕ່​ວັນ​ທີ 15 -17/2, ຢູ່ ນະ​ຄອນ​ຫລວງ ພະ​ນົມ​ເປັນ ປະ​ເທດ ກຳ​ປູ​ເຈຍ ໄດ້​ດຳ​ເນີນກອງ​ປ​ະ​ຊຸມ​ເຈົ້າ​ຫນ້າ​ທີ່​ຂັ້​ນ​ສູງ​ບັນ​ດາ​ນະ​ຄອນ​ທ່ອງ​ທ່ຽວ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ປີ 2016 (SOM). ນີ້​ແມ່ນກອງ​ປະ​ຊຸມ​ຖືກ​ຈັດ​ຂຶ້ນ 2 ປີ​ເທື່ອ​ຫນຶ່ງ ເພື່ອ​ຜັນ​ຂະ​ຫຍາຍ​ໂຄງ​ການ​ດຳ​ເນີນ​ງານ​ຮ່ວມ​ມື​ທ່ອງ​ທ່ຽວ​ບັນ​ດາ​ນະ​ຄອນ​ໃນ​ພາກ​ພື້ນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ. ກອງ​ປະ​ຊຸມ SOM ປີນີ້ ແມ່ນ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຮ່ວມ​ສຳ​ພັນ​​ບໍ​ລິ​ການ​ທ່ອງ​ທ່ຽວ, ໃນ​ວຽກ​ງານ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ, ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ວຽກ​ງານ​ຈັດ​ຕັ້ງ ພ້ອມ​ທັງ​ເລືອກ​ເຟັ້ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ເຈົ້າ​ຄອງນະ​ຄອນ ຄັ້ງ​ທີ 4 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ