ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ສື່​ສານ, ໂຄ​ສະ​ນາ​ກ່ຽວ​ກັບ​ ມົງ​ໂກນ ແລະ ອິນ​ເດຍ ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສື່ມວ​ນຊົນ​ຂອງ VOV

(VOVWORLD) - ຕອນເຊົ້າວັນທີ 14 ກັນຍາ, ທີ່ ສຳນັກງານວິທະຍຸກະຈາຍສຽງ ຫວຽດນາມ (VOV) ຢູ່ ຮ່າໂນ້ຍ, ທ່ານຜູ້ອໍານວຍການໃຫຍ່ VOV ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ມົງໂກນ ປະຈຳ ຮ່າໂນ້ຍ Jigjee Sereejav ແລະ ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Sandeep Arya.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ສື່​ສານ, ໂຄ​ສະ​ນາ​ກ່ຽວ​ກັບ​ ມົງ​ໂກນ ແລະ ອິນ​ເດຍ ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສື່ມວ​ນຊົນ​ຂອງ VOV - ảnh 1 ທ່ານ ຫງວຽນຕຽນສີ ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບທ່ານເອກອັກຄະລັດຖະທູດ ມົງໂກນ Jigjee Sereejav (ພາບ: VOV)

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ມົງໂກນ, ທ່ານ ຫງວຽນຕຽນສີ ຜູ້ອຳນວຍການໃຫຍ່ VOV ໄດ້ແນະນຳກ່ຽວກັບ VOV ແລະ ເຜີຍໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, VOV ໄດ້ໃຫ້ຂ່າວ, ບົດກ່ຽວກັບວັດທະນະທຳ, ເສດຖະກິດ, ບັນດາການເຄື່ອນໄຫວຂອງການນຳ 2 ປະເທດ ຫວຽດນາມ ແລະ ມົງໂກນ ດ້ວຍເນື້ອໃນທີ່ລະອຽດ ແລະ ມີຊີວິດຊີວາ. ໃນໄລຍະຈະມາເຖິງ, VOV ຈະສົ່ງຄະນະນັກຂ່າວໄປຍັງ ມົງໂກນ ເພື່ອຖ່າຍທຳທັດສະນີຍະພາບ, ຮີດຄອງປະເພນີ ແລະ ຈຸດຄວາມງາມທາງດ້ານວັດທະນະທຳຂອງ ມົງໂກ.

        ສ່ວນທ່ານເອກອັກຄະລັດຖະທູດ ມົງໂກນ ປະຈຳ ຫວຽດນາມ Jigjee Sereejav ໄດ້ເນັ້ນໜັກວ່າ ປະຊາຊົນ ມົງໂກນ ຖືເປັນສຳຄັນ ແລະ ຍາມໃດກໍສະຫງວນນ້ຳໃຈຄວາມຮັກແພງເປັນພິເສດຕໍ່ປະເທດ, ປະຊາຊົນ ຫວຽດນາມ ແລະ ຫວັງວ່າ ໃນໄລຍະຈະເຖິງ, VOV ຈະສືບຕໍ່ແນະນຳບັນດາຮູບເງົາຂອງ ມົງໂກ ທີ່ກ່ຽວຂ້ອງເຖິງປະຫວັດສາດ, ວັດທະນະທຳ, ຊີວິດຍຸກປັດຈຸບັນຂອງປະຊາຊົນ ມົງໂກນ ຜ່ານຊ່ອງໂທລະພາບຂອງ VOV.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ສື່​ສານ, ໂຄ​ສະ​ນາ​ກ່ຽວ​ກັບ​ ມົງ​ໂກນ ແລະ ອິນ​ເດຍ ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສື່ມວ​ນຊົນ​ຂອງ VOV - ảnh 2 ທ່ານ ຫງວຽນຕຽນສີ ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິນເດຍ Sandeep Arya (ພາບ: VOV)

      ສ່ວນໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນເດຍ Sandeep Arya, ທ່ານຜູ້ອຳນວຍການໃຫຍ່ VOV ປາດຖະໜາວ່າ ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ Sandeep Arya ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກຂ່າວ VOV ມີໂອກາດຮ່ຳຮຽນ, ແລກປ່ຽນບົດຮຽນປະສົບການ, ທັດສະນະຕົວຈິງ ແລະ ໄປປະຕິບັດງານ ຢູ່ ອິນເດຍ. ຈາກນັ້ນ, VOV ຈຶ່ງມີບັນດາຜະລິດຕະພັນສື່ມວນຊົນກ່ຽວກັບພາບພົດປະເທດ ອິນເດຍ ກໍຄື ການພົວພັນມິດຕະພາບລະຫວ່າງສອງປະເທດ.

       ທ່ານເອກອັກຄະລັດຖະທູດ Sandeep Arya ປາດຖະໜາວ່າ VOV ແລະ ສະຖານີໂທລະພາບ Prasar Bharati ລົງນາມໃນໂຄງການຮ່ວມມືໂຄສະນາໃນໄລຍະຈະມາເຖິງ, ຜ່ານນັ້ນ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບ ແລະ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ຂອງປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ