(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູຫາຍ ຊີ້ແຈ້ງວ່າ: ໃນຫຼາຍປີຜ່ານມາ, VOV ມີການພົວພັນອັນດີງາມກັບວິທະຍຸກະຈາຍສຽງປະຊາຊົນ ກວາງສີ, ປະເທດຈີນ
ການນຳ 2 ຝ່າຍຖ່າຍຮູບທີ່ລະນຶກພາຍຫລັງການພົບປະ
|
ຕອນເຊົ້າວັນທີ 22 ມີນາ, ຢູ່ສູນກະຈາຍສຽງແຫ່ງຊາດ, ເຮືອນເລກທີ 58 ຖະໜົນ ກວານຊື໋, ຮ່າໂນ້ຍ, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຕ້ອນຮັບຄະນະຜູ້ແທນກົມສື່ມວນຊົນພິມຈຳໜ່າຍກະຈາຍສຽງ ໂທລະພາບ ກວາງສີ, ປະເທດ ຈີນ ແລະ ສະຖານີວິທະຍຸກະຈາຍສຽງປະຊາຊົນ ກວາງສີ, ປະເທດ ຈີນ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູຫາຍ ຊີ້ແຈ້ງວ່າ: ໃນຫຼາຍປີຜ່ານມາ, VOV ມີການພົວພັນອັນດີງາມກັບວິທະຍຸກະຈາຍສຽງປະຊາຊົນ ກວາງສີ, ປະເທດຈີນ. ຫວ່າງແລ້ວນີ້, VOV ໄດ້ສົ່ງນັກຂ່າວໄປ ຈີນ ເພື່ອເຮັດບັນດາສາລະຄະດີ ແນະນຳກ່ຽວກັບປະເທດຈີນ. ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍ ໃຫ້ຮູ້ວ່າ:
“ປະຈຸບັນ, VOV ມີ 8 ຊ່ອງກະຈາຍສຽງ, 17 ຊ່ອງໂທລະພາບ, 2 ສື່ເອເລັກໂຕນິກ, ສິ່ງພິມ 1 ສະບັບ. ໃນໄລຍະຈະມາເຖິງ, ຫວັງວ່າ ວິທະຍຸສອງ ແຫ່ງ ຈະມີບັນດາການຮ່ວມມືເປີດກ້ວາງກ່ວາໃນບັນດາຂົງເຂດຄື: ວິທະຍຸ, ໂທລະພາບ, ສື່ເອເລັກໂຕນິກ. ນອກຈາກການຮ່ວມມືໂຄສະນາແນະນຳປະເທດຊາດ, ປະຊາຊົນ, ຜົນງານ, ຮີດຄອງປະເພນີຂອງປະຊາຊົນ 2 ປະເທດແລ້ວ, ພວກເຮົາອາດສາມາດໂຄສະນາກ່ຽວກັບບັນຫາເສດຖະກິດ.”
ສ່ວນທ່ານນາງ ຫລຸຍເຢຍ, ຮອງຫົວໜ້າກົມສື່ມວນຊົນພິມຈຳໜ່າຍກະຈາຍສຽງ ໂທລະພາບ ກວາງສີ, ປະເທດຈີນ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ການຮ່ວມມືລະຫວ່າງ VOV ແລະ ສະຖານີວິທະຍຸກະຈາຍສຽງປະຊາຊົນ ກວາງສີ ໄດ້ເປີດກ້ວາງຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ຜົນງານຫຼາຍຢ່າງ. ປະຈຸບັນ, ສະຖານີວິທະຍຸກະຈາຍສຽງປະຊາຊົນ ກວາງສີ ແລະ VOV ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືພ້ອມກັນຜະລິດ ແລະ ອອກອາກາດລາຍການໂທລະພາບເພື່ອເປັນຂີດໝາຍແຫ່ງການຮ່ວມມືລະຫວ່າງວິທະຍຸ 2 ແຫ່ງ ກ້າວຂຶ້ນສູ່ລະດັບສູງໃໝ່.