ເພີ່ມ​ທະ​ວີ​ການ​ຮ່ວມມ​ື​ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ແຂວງ ຢູ​ນ​ນານ, ຈ​ີນ

(VOVWORLD) - ທ່ານ ຢ໋ວານເຈິ໊ງພາໃຫ້ຮູ້ວ່າ ດ້ວຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຫຼາຍຢ່າງ, ປູຊະນີຍະສະຖານຫຼາຍແຫ່ງ, ເລື່ອງນຳໃຊ້ເຕັກໂນໂລຢີຂອງແຂວງຢູນນານເຂົ້າໃນການປະຕິບັດບັນດາບໍລິການສາທາລະນຸປະໂພກ, ຈະດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ແລະ ພັກຜ່ອນບຳລຸງສຸຂະພາບນັບມື້ນັບຫຼາຍຂຶ້ນ.


ເພີ່ມ​ທະ​ວີ​ການ​ຮ່ວມມ​ື​ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ແຂວງ ຢູ​ນ​ນານ, ຈ​ີນ - ảnh 1ທ່ານ ຫງວຽນແທງຟອງ, ປະທານຄະນະກະມະການປະຊາຊົນ ນະຄອນໂຮ່ຈີມິນໄດ້ໃຫ້ການຕ້ອນຮັບທ່ານ ຢ໋ວານເຈິ໊ງພາ, ເຈົ້າແຂວງໆ ຢູນນານ (ຈີນ) (ພາບ: TTXVN)

        ຕອນຄ່ຳວັນທີ 31 ພຶດສະພາ, ທ່ານ ຫງວຽນແທງຟອງ, ປະທານຄະນະກະມະການປະຊາຊົນ ນະຄອນໂຮ່ຈີມິນໄດ້ໃຫ້ການຕ້ອນຮັບທ່ານ ຢ໋ວານເຈິ໊ງພາ, ເຈົ້າແຂວງໆ ຢູນນານ (ຈີນ) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫງວຽນແທງຟອງ ໃຫ້ຮູ້ວ່າ: ນະຄອນ ໂຮ່ຈີມິນ ໄດ້ລົງນາມການຮ່ວມມືກັບ 8 ແຂວງ, ນະຄອນຂອງ ຈີນ, ໃນນັ້ນມີ ແຂວງຢູນນານ, ຜ່ານນັ້ນຢັ້ງຢືນການພົວພັນທີ່ເປັນມູນເຊື້ອຢ່າງດີງາມລະຫວ່າງ ຫວຽດນາມ ແລະ ຈີນເວົ້າລວມ, ລະຫວ່າງ ນະຄອນໂຮ່ຈີມິນກັບ ແຂວງ ຢູນນານ ເວົ້າສະເພາະມີການພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານ ຫງວຽນແທງຟອງ ສະເໜີໃຫ້ ສອງຝ່າຍສືບຕໍ່ຜັນຂະຫຍາຍການພົວພັນທີ່ເປັນມູນເຊື້ອອັນດີງາມ; ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຄືການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ, ເປັນຕົ້ນແມ່ນການຮ່ວມມືໄລຍະສັ້ນລະຫວ່າງສະຖາບັນພະນັກງານໂຮ່ຈີມິນ ແລະ ສະຖາບັນການປົກຄອງແຂວງ ຢູນນານ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ກໍ່ສ້າງພື້ນຖານໂຄງລ່າງ, ນະຄອນອັດສະລິຍະ ແລະ ຂະແໜງ Logistic.

        ໂດຍແຈ້ງໃຫ້ຊາບກ່ຽວກັບສະພາບເສດຖະກິດ - ສັງຄົມ ຂອງ ແຂວງ ຢູນນານ, ທ່ານ ຢ໋ວານເຈິ໊ງພາ ປາດຖະໜາຢາກຮ່ວມມືກັບນະຄອນໂຮ່ຈີມິນໃນຂົງເຂດການທ່ອງທ່ຽວ; ທ່ານໃຫ້ຮູ້ວ່າ ດ້ວຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຫຼາຍຢ່າງ, ປູຊະນີຍະສະຖານຫຼາຍແຫ່ງ, ເລື່ອງນຳໃຊ້ເຕັກໂນໂລຢີຂອງແຂວງຢູນນານເຂົ້າໃນການປະຕິບັດບັນດາບໍລິການສາທາລະນຸປະໂພກ, ຈະດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ແລະ ພັກຜ່ອນບຳລຸງສຸຂະພາບນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ