ເພີ່ມທະວີການຮ່ວມມືລະຫວ່າງVOVແລະວິທະຍຸກະຈາຍສຽງໂທລະພາບສານຊີ(ປະເທດຈີນ)

ເພີ່ມທະວີການຮ່ວມມືລະຫວ່າງVOVແລະວິທະຍຸກະຈາຍສຽງໂທລະພາບສານຊີ(ປະເທດຈີນ) - ảnh 1
ຄະ​ນະ​ຜູ້​ແທນ VOV ເຮັດ​ວຽກ ກັບ​ການ​ນຳ​ວິ​ທະ​ຍຸ​ກະ​ຈາຍ​ສຽງ -
ໂທ​ລະ​ພາບ​ແຂວງ ​ສານ​ຊີ

(vovworld) – ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຈີນ, ຕອນ​ບ່າຍ​ວັນ​ທີ 24/4, ຢູ່​ນະ​ຄອນ ​ຊີ​ອານ, ຄະ​ນະ​ຜູ້​ແທນວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໂດຍ​ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ ຫງວຽນ​ດັງ​ຕ໋ຽນ ນຳ​ໜ້າ, ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ວິ​ທະ​ຍຸ​ກະ​ຈາຍ​ສຽງ - ໂທ​ລະ​ພາບ​ແຂວງ ​ສານ​ຊີ ທີ່​ການ​ເຮັດ​ວຽກ, ທ່ານ ​ຈ໋ຽນ​ແອ໋ວນ​ແຈງ, ຜູ້​ອຳ​ນວຍ​ການ​ ວິ​ທະ​ຍຸ​ກະ​ຈາຍ​ສຽງ - ໂທ​ລະ​ພາບ​ແຂວງ ​ສານ​ຊີ ໄດ້​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ກໍ່​ຄື​ສົມ​ທົບ​ທ່າ​​ແຮງ​ຂອງວິ​ທະ​ຍຸ ແລະ ໂທ​ລະ​ພາບ​ເປັນ​ຢ່າງ​ດີ, ນຳ​ໃຊ້​ແຫຼ່ງ​ຂ່າວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ບັນ​ດາ​ແຫຼ່ງ​ຂ່າວ​ມີ​ລັກ​ສະ​ນະ​ສະ​ຖາ​ນະ​ການ. ກໍ່​ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ແລກ​ປ່ຽນ​​ບົດ​ຮຽນກ່ຽວ​ກັບ​ວິ​ທີ​ການ​ຕີ​ລາ​ຄາ​ຄຸນ​ນະ​ພາບ​ລາຍ​ການ​ຜ່ານ​ບັນ​ດາ​ຮູບ​ແບບ​ຄື: ສຳຫຼວດ​ຜູ້​ຟັງ​ຜ່ານ​ບັນ​ດາ​ບໍ​ລິ​ສັດ​ສຳຫຼວດ​ເອ​ກະ​ລາດ, ສ້າງ​ຕັ້ງ​ຄະ​ນະ​ກວດ​ກາ​ຄຸນ​ນະ​ພາບ ຫຼື ຜ່ານ​ອັດ​ຕາ​​ສ່ວນດຶງ​ດູດ​ການ​ໂຄ​ສະ​ນາ. 2ຝ່າຍ​ເຫັນ​ດີ​ເປັ​ນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ, ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນການ​ນຳ, ນັກ​ຂ່າວ​ໄປ​ຂຽນ​ຂ່າວ, ບົດ ຜ່ານນັ້ນ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ​ກ່​ວາອ​ີກ.

                       


ຂ່າວ/ບົດ​ອື່ນ