ເພີ່ມທະວີການຮ່ວມມືລະຫວ່າງກຳລັງທະຫານເຮືອຫວຽດນາມ ແລະ ອິນໂດເນເຊຍໃຫ້ເລິກເຊິ່ງ,ກ້ວາງຂວາງ

(VOVWORLD) -   ການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃນໄລຍະຜ່ານມາ ມີບັນດາບາດກ້າວພັດທະນາອັນດີງາມ, ພິເສດ, ນັບແຕ່ເມື່ອ 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດ 2 ຝ່າຍໃນປີ 2010
ເພີ່ມທະວີການຮ່ວມມືລະຫວ່າງກຳລັງທະຫານເຮືອຫວຽດນາມ ແລະ ອິນໂດເນເຊຍໃຫ້ເລິກເຊິ່ງ,ກ້ວາງຂວາງ - ảnh 1ພົນເຮືອເອກ Ade Supandi ແລະ ພົນໂທ ຟານວັນຢາງ

ຕອນບ່າຍວັນທີ 28 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບຄະນະພະນັກງານກອງທັບເຮືອ ອິນໂດເນເຊຍ, ໂດຍພົນເຮືອເອກ Ade Supandi, ຜູ້ບັນຊາການກອງທັບເຮືອ ອິນໂດເນເຊຍ ນຳໜ້າ. ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ: ການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃນໄລຍະຜ່ານມາ ມີບັນດາບາດກ້າວພັດທະນາອັນດີງາມ, ພິເສດ, ນັບແຕ່ເມື່ອ 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດ 2 ຝ່າຍໃນປີ 2010. ຜ່ານນັ້ນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ຝ່າຍກໍ່ຄືເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ເລິກເຊິ່ງຂຶ້ນຕື່ມ. ເມື່ອຕີລາຄາໝາກຜົນຂອງການຢ້ຽມຢາມ ແລະ ເຮັດວຽກຂອງຄະນະພະນັກງານກອງທັບເຮືອ ອິນໂດເນເຊຍ, ພົນໂທ ຟານວັນຢາງ ຖືວ່າ ກອງທັບ ແລະ ກຳລັງກອງທັບເຮືອ 2 ປະເທດຄວນສືບຕໍ່ຊຸກຍູ້ການຮ່ວມມື, ພິເສດແມ່ນໃນບັນດາຂົງເຂດແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມສະຫງົບແບບໃໝ່; ຊາວປະມົງລະເມີດໃນການຫາປາຢູ່ບໍລິເວນທະເລຊ້ຳຊ້ອນກັນ…

ຕອບກັບ

ຂ່າວ/ບົດ​ອື່ນ