ເພີ່ມທະວີການຮ່ວມມືລະຫວ່າງນະຄອນດ່າໜັງແລະບັນດາທ້ອງຖິ່ນຂອງລາວ

ເພີ່ມທະວີການຮ່ວມມືລະຫວ່າງນະຄອນດ່າໜັງແລະບັນດາທ້ອງຖິ່ນຂອງລາວ - ảnh 1
ຄະ​ນະ​ຜູ້​ແທນ​ນະ​ຄອນ ດ່າ​ນັ້ງ ເຮັດ​ວຽກ​ຢູ່​ແຂວງ ເຊກອງ

(vovworld)- ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ບັນ​ດາ​ແຂວງ​ພາກ​ກາງ ແລະ ພາກ​ໃຕ້​ ຂອງ​ລາວ ຄະ​ນະ​ການ​ນຳ​ນະ​ຄອນ​ດ່າ​ໜັງ, ໂດຍ​ ທ່ານ ຫງວຽນ​ຊວນ​ແອັງ​ ​ປະ​ທານ​ສາ​ພາ​ປະ​ຊາ​ຊົນ​ນະ​ຄອນ ນຳ​ໜ້າ​ຄະ​ນະ, ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ ກັບ​ການ​ນຳຄະ​ນະ​ພັກ​ແຂວງ, ອຳ​ນາດ​ການ​ປົກ​ຄອງ ​ແຂວງ​ອັດ​ຕະ​ປື ແລະ ແຂວງ​ເຊກອງ. ທີ່​ບັນ​ດາ​ການ​ເຮັດ​ວຽກ, ທ່ານ ຫງວຽນ​ຊວນ​ແອັງ​ ໄດ້​ລາຍ​ງານ​ສະ​ພາບ ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ ແລະ ທິດ​ທາງ​ການ​ພັດ​ທະ​ນາ ​ຂອງ​ດ່າ​ໜັງ. ທ່ານ ຫງວຽນ​ຊວນ​ແອັງ​ ເນັ້ນ​ໜັກ​ວ່າ: ພັກ​, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນ​າມ ​ເວົ້າ​ລວມ, ອົງ​ຄະ​ນະ​ພັກ ແລະ ປະ​ຊາ​ຊົນ​ນະ​ຄອ​ນ​ດ່າ​ໜັງ ເວົ້າ​ສະ​ເພາະ ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ​່ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ສອງ​ປະ​ເທດ​ ຫວຽດ​ນາມ-ລາວ.

        ການ​ນຳ​ແຂວງ​ອັດ​ຕະ​ປື ແລະ ​ແຂວງເຊກອງ ໄດ້​ລາຍ​ງານ​ກັບ​ຄະ​ນະ​ການ​ນຳ​ນະ​ຄອນ​ດ່າ​ໜັງ ກ່ຽວ​ກັບ​ສະ​ພາບ ​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ, ຕີລາ​ຄາ​ສູງ​ບັນ​ດາ​ກິດ​ຈະ​ການ, ໂຄງ​ການ​ຮ່ວມ​ມື, ການໜູນ​ຊ່ວຍ ​ຂອງ​ນະ​ຄອນ​ດ່າ​ໜັງ ກັບ​ສອງ​ແຂວງ ໃນ​ໄລ​ຍະ 2013-2017. ບົດ​ພື້ນ​ຖານ ການສະ​ເໜີ​ຂອງ​ແຂວງ​ອັດ​ຕະ​ປື ແລະ ແຂວງ​ເຊກອງ, ນະ​ຄອນ​ດ່າ​ໜັງ ໄດ້​ຕົກ​ລົງ ​ບາງ​ໂຄງ​ການ​ຮ່ວມ​ມື ໃນ​ໄລ​ຍະ 2018-2022.


ຂ່າວ/ບົດ​ອື່ນ