ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນແລະຮຸງກາຣີ

ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນແລະຮຸງກາຣີ - ảnh 1
ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນແລະຮຸງກາຣີ
(ພາບ: TTXVN)

(vovworld) – ​ຕອນ​ເຊົ້າ ວັນ​ທີ 14/11 ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ ນຳ​ໂດຍ​ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Kover Laszlo ​ໄດ້​ອອກ​ຈາກ​ນະຄອນ​ໂຮ່ຈີ​ມິນ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ ຫງວຽນ​ຊິງ​ຮຸງ ຢ່າງ​ຈົບງາມ. ກ່ອນ​ໜ້າ​ນັ້ນ, ​ໃນຕອນ​ຄໍ່າ​ວັນ​ທີ 13/11, ທ່ານ ​ເລ​ແທງ​ຫາຍ ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ.

        ທີ່​ການ​ຕ້ອນຮັບ, ທ່ານ ​ເລ​ແທງ​ຫາຍ ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ປາຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງສອງ​ຝ່າຍ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ ​ແລະ​ ທ່າ​ແຮງ ຄື: ການທ່ອງທ່ຽວ, ການວາງ​ແຜນ​ຜັງ​ເມືອງ, ການ​ຄົມມະນາຄົມ​ສາທາລະນະ, ສະໜອງ​ນ້ຳ​ສະອາດ.

        “ ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ທີ່​ສຸດ ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ນະຄອນຫຼວງ Budapest ​ເວົ້າ​ສະ​ເພາະ ​ແລະ ຂອງ​ປະ​ເທດ ຮຸງ​ກາຣີ ​ເວົ້າ​ລວມ. ບົນ​ພື້ນຖານ​ການ​ພົວພັນ​ມິດຕະພາບ, ພວກ​ຂ້າພະ​ເຈົ້າ​ຈະ​ຍູ້​ແຮງ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ. ກ່ອນ​ອື່ນ​ໝົດ, ພວກ​ຂ້າພະ​ເຈົ້າ​ພວມ​ເອົາ​ໃຈ​ໃສ່​ທີ່​ສຸດເຖິງ​ໂຄງການ​ຮ່ວມ​ມື​ກ່ຽວ​ກັບ​ນ້ຳ​ສະອາດ”

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາ​ຣີ Kover Laszlo ກໍ່ຢັ້ງຢືນ​ວ່າ: ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ໃຫ້ການ​ຮ່ວມ​ມື ລະຫວ່າງ​   ສອງ​ປະ​ເທດ ຮຸງ​ກາ​ຣີ - ຫວຽດ

ນາມ ນັບ​ມື້​ນັບ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ທີ່ດີກ​ວ່າ.

ຂ່າວ/ບົດ​ອື່ນ