ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖີ່ນ ຂອງລາວແລະຫວຽດນາມ

ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖີ່ນ ຂອງລາວແລະຫວຽດນາມ - ảnh 1
ທ່ານ Nguyen Xuan Tien ແລະ ທ່ານທອງສິງ ທຳມະວົງ
(ພາບ: ອີນເຕີເນັດ)

(vovworld) - ​ຕອນ​ເຊົ້າ​ວັນທີ 11/6, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ໄດ​​້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ແຂວງ ​ເລີມ​ດົ່ງ ​ໂດຍ​ທ່ານ Nguyen Xuan Tien, ກຳມະການ​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຮອງ​ເລຂາ​ຄະນະພັກ​ແຂວງ, ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ​ເລີມ​ດົ່ງ ນຳ​ໜ້າ ທີ່​ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​ລາວ​ແຕ່​ວັນ​ທີ 6 – 11/6. ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດ​ທິຜົນ​ລະຫວ່າງ ​ແຂວງ ​ເລີມ​ດົ່ງ ​ແລະ ​ແຂວງ ຈຳ​ປາ​ສັກ, ຢັ້ງຢືນ​ໂຄງ​ການ​ຮ່ວມ​ມື​ຂອງ 2 ​ແຂວງ​​ແມ່ນເໝາ​ະສົມ​ກັບ​ແຜນ​ນະ​ໂຍບາຍ​ພັດທະນາ​ກະສິກຳ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ ພັກ ​ແລະ ລັດ​ລາວ. ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ປາດ​ຖາ​ໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າ​ຍຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ຢ່າງ​ມີ​ປະສິດທິ​ຜົນກ່ວາ​ອີກ ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງທັງ 2 ຝ່າຍ​ຕ່າງ​ກໍ​ມີ​ທ່າ​ແຮງ, ບຳລຸງ​ສ້າງ​ຜູ້​​ເກັ່ງ​ກ້າ​ສາມາ​ດ​ໃຫ້​ແກ່​ປະ​ເທດ​ຊາດຫຼາຍ​ຄົນ, ພັດທະນາ​ກະສິກຳ​ແບບ​ຍືນ​ຍົງ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື ​ແລະ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ ຢ່າງ​ແທດ​ຈິງ. ຕາມ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ​ເລີມ​ດ່ົງ​ ​ແລະ ​ແຂວງ ຈຳປາ​ສັກ, ​ຝ່າຍ​ຫວຽດນາມ ​ໄດ້​ກໍ່ສ້າງ ​ແລະ ມອບ​​ໂຮງ​ຮຽນ​ພອນ​ສະຫວັນ ຈຳປາ​ສັກ, ຖ່າຍ​ທອດ​ຮູບ​ແບບ​ລ້ຽງ​ປາໃຫ້​ແກ່​ແຂວງ​ຈຳປາ​ສັກ. ​ແຂວງ ​ເລີມ​ດົ່ງ ຍັງ​ໜູນ​ຊ່ວຍ​ແຂວງ ຈຳປາ​ສັກ​ ​ໃນ​ການປູກ​ຜັກ ​ແລະ ດອກ​ໄມ້ ​ໂດຍ​ນຳ​ໃຊ້ເຕັກ​ໂນ​ໂລ​ຢີສູງ. ​ໄລ​ຍະ 2012 – 2015, 2 ຝ່າຍ​ຈະ​ສືບ​ຕໍ່​ພັດທະນາ​ການ​ຮ່ວມ​ມື​​ໃນ​ການ​ສຶກສາ ​ແລະ ກະສິກຳ.

ຂ່າວ/ບົດ​ອື່ນ