ເພີ່ມທະວີການຮ່ວມມືລະຫວ່າງລັດ Hessen, ສະຫະພັນເຢຍລະມັນ, ກັບບັນດານະຄອນຂອງ ຫວຽດນາມ

(VOVWORLD) - ໂດຍສືບຕໍ່ໂຄງການເຮັດວຽກຢູ່ ສາທາລະນະລັດ ສະຫະພັນເຢຍລະມັນ, ຕອນບ່າຍວັນທີ 5 ກໍລະກົດ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ, ໄດ້ຢ້ຽມຢາມລັດ Rheinland –Pfalz, ເຂດທາງທິດຕາເວັນຕົກ - ພາກໃຕ້ ຂອງ ເຢຍລະມັນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີມີ ຫງວຽນຊວນຟຸກ ມີການເຮັດວຽກກັບທ່ານນາງ Malu Drayer, ປະທານສະພາສະຫະພັນເຢຍລະມັນ, ທັງເປັນຜູ້ວ່າການລັດ  Rheinland –Pfalz ແລະ ພົບປະ, ເຮັດວຽກກັບທ່ານ Volker Wissing, ຜູ້ວ່າການລັດ, ລັດຖະມົນຕີກະຊວງເສດຖະກິດ, ຄົມມະນາຄົມ ແລະ ກະສິກຳລັດ Rheinland –Pfalz.
ເພີ່ມທະວີການຮ່ວມມືລະຫວ່າງລັດ Hessen, ສະຫະພັນເຢຍລະມັນ, ກັບບັນດານະຄອນຂອງ ຫວຽດນາມ - ảnh 1 ການເຮັດວຽກຂອງຄະນະກັບການນຳ ລັດ Hessen

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ລັດ Hessen. ທີ່ການເຮັດວຽກ, ຜູ້ວ່າການລັດ Hessen ທ່ານ Volker Bouffier ປາດຖະໜາຢາກພັດທະນາການຮ່ວມມືກັບ ຫວຽດນາມ ໃນຂົງເຂດເຊິ່ງລັດ ມີທ່າແຮງຄື ການສຶກສາ - ບຳລຸງສ້າງ, ອຸດສາຫະກຳເຄມີ, ກົນຈັກປຸງແຕ່ງ… ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ລັດ Hessen ສືບຕໍ່ໜູນຊ່ວຍ, ສົ່ງເສີມບັນດາວິສາຫະກິດຂອງລັດມາ ລົງທຶນ ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ເຢຍລະມັນ ເວົ້າລວມ ແລະ ລັດ Hessen ເວົ້າສະເພາະ ມາລົງທຶນ, ດຳເນີນທຸລະກິດຍາວນານ ແລະ ເປັນປົກກະຕິຢູ່ ຫວຽດນາມ ແລະ ສະເໜີໃຫ້ບັນດາທ້ອງຖິ່ນຂອງ 2 ຝ່າຍເພີ່ມທະວີການຮ່ວມມື ແລະ ແບ່ງປັນບົດຮຽນ ໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ກ່ຽວກັບການສຶກສາ - ບຳລຸງສ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງການໜູນຊ່ວຍຂອງລັດ Hessen ທີ່ໄດ້ສະຫງວນໃຫ້ ຫວຽດນາມ ຜ່ານໂຄງການມະຫາວິທະຍາໄລ ຫວຽດ - ເຢຍລະມັນ ແລະ ສະເໜີວ່າ ລັດ Hessen ສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໄລຍະຕໍ່ໄປຂອງໂຄງການ, ພິເສດແມ່ນສະໜອງການບຳລຸງສ້າງຄູສອນ ຫວຽດນາມ ໃຫ້ໂຮງຮຽນ.

        ທີ່ການພົບປະກັບປະທານສະພາແຫ່ງຊາດລັດ Hessen Nobert Kartmann, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ການນຳ ແລະ ບັນດາສະມາຊິກສະພາແຫ່ງຊາດລັດ Hessen ເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາກັບສະພາແຫ່ງຊາດ ແລະ ສະພາປະຊາຊົນບັນດານະຄອນຂອງ ຫວຽດນາມ ໃນການແບ່ງປັນບົດຮຽນສ້າງລັດແຫ່ງອຳນາດນິຕິບັນຍັດ, ກົດໝາຍ, ຄຸ້ມຄອງການລົງທຶນຂອງລັດ, ຄູ່ຮ່ວມມືພາກລັດ - ເອກະຊົນ, ການຄ້າເອເລັກໂຕນິກ ແລະ ຄຸ້ມຄອງຕົວເມືອງ. ທ່ານປະທານສະພາແຫ່ງຊາດລັດ Hessen Nobert Kartmann ຢືນຢັນວ່າ: ລັດ Hessen ຈະປະກອບສ່ວນຕັ້ງໜ້າກ່ວາອີກຊຸກຍູ້ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ