ເພີ່ມທະວີການຮ່ວມມືລະຫວ່າງສະພາກາແດງ ຫວຽດນາມ ແລະ ຄະນະກຳມະການສະພາກາແດງສາກົນ

(VOVWORLD) - ທ່ານນາງ ບຸຍທິຮ່ວາ ໄດ້ຂອບໃຈບັນດາການປະກອບສ່ວນ, ການຮ່ວມແຮງຮ່ວມໃຈ ແລະ ການໜູນຊ່ວຍຂອງ ICRC ສຳລັບສະພາກາແດງ ຫວຽດນາມ ນັບແຕ່ປີ 1972 ມາຮອດປະຈຸບັນ.
ເພີ່ມທະວີການຮ່ວມມືລະຫວ່າງສະພາກາແດງ ຫວຽດນາມ ແລະ ຄະນະກຳມະການສະພາກາແດງສາກົນ - ảnh 1ທ່ານນາງປະທານສະພາກາແດງ ຫວຽດນາມ ບຸຍທິຮ່ວາ
(ພາບເອກະສານ: TTXVN)

ວັນທີ 19 ພະຈິກ, ທ່ານນາງປະທານສະພາກາແດງ ຫວຽດນາມ ບຸຍທິຮ່ວາ ໄດ້ພົບປະ, ແລກປ່ຽນກັບຄະນະຜູ້ແທນຂອງຄະນະກຳມະການສະພາກາແດງສາກົນ (ICRC) ກ່ອນຈະຈັດກອງປະຊຸມ ສະພາກາແດງ ແລະ ຊິກວົງເດືອນແດງສາກົນພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11 (AP 11) ຢູ່ ຮ່າໂນ້ຍ.

ທີ່ການພົບປະ, ທ່ານນາງ ບຸຍທິຮ່ວາ ໄດ້ຂອບໃຈບັນດາການປະກອບສ່ວນ, ການຮ່ວມແຮງຮ່ວມໃຈ ແລະ ການໜູນຊ່ວຍຂອງ ICRC ສຳລັບສະພາກາແດງ ຫວຽດນາມ ນັບແຕ່ປີ 1972 ມາຮອດປະຈຸບັນ. ບໍ່ພຽງແຕ່ເທົ່ານັ້ນ, ICRC ຍັງສົມທົບກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກສົງຄາມ, ໜູນຊ່ວຍເພື່ອໃຫ້ ຫວຽດນາມ ສາມາດເຂົ້າຮ່ວມຂະບວນການ ມະນຸດສະທຳທົ່ວໂລກ. ທ່ານນາງວັງວ່າ ICRC ແລະ ຫວຽດນາມ ຈະສືບຕໍ່ຮ່ວມມື, ພິເສດແມ່ນລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2024 – 2027; ພ້ອມກັນນັ້ນ, ປາດຖະໜາວ່າ ICRC ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງບັນດາກຳລັງສະພາກາແດງ ມີທັກສະ, ບົດຮຽນ, ຄວາມຮູ້ຕື່ມອີກ ເພື່ອສາມາດເຂົ້າຮ່ວມກຳລັງຮັກສາສັນຕິພາບ ຕາມຄຳຮຽກຮ້ອງຂອງສະຫະປະຊາຊາດ.

ສ່ວນຝ່າຍ ICRC, ທ່ານ Gilles Carbonnier, ຮອງປະທານຄະນະກຳມະການສະພາກາແດງສາກົນ ໄດ້ຕີລາຄາສູງບັນດາຄຳໝັ້ນສັນຍາກ່ຽວກັບສັນຕິພາບຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຫວ່າງມໍ່ໆ ມານີ້. ໃນໄລຍະຈະມາເຖິງ, ICRC ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ, ສົມທົບກັບສະພາກາແດງ ຫວຽດນາມ ໃນວຽກງານພັດທະນາກຳລັງຄວາມສາມາດຂອງສະພາ, ພິເສດແມ່ນໃນສະພາບການຂອງໂລກໃນປະຈຸບັນ, ເມື່ອຄວາມຕ້ອງການດ້ານມະນຸດສະທຳນັບມື້ນັບເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ