ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມແລະສະຫະລັດອາຣັບເອມີເຣັດ

ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມແລະສະຫະລັດອາຣັບເອມີເຣັດ - ảnh 1
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ ສະຫະລັດອາຣັບ​ເອມີ​ເຣັດ

(vovworld) – ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ ສະຫະລັດອາຣັບ​ເອມີ​ເຣັດ (UAE) Shikh Abdullad Bin Zayed An Nahyan ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຫວຽ​ດນາມ ​ແຕ່​ວັນ​ທີ 10 – 11/5/2016. ຕອນ​ບ່າຍ​ວັນ​ທີ 11/5, ​ໃນ​ການ​ຕ້ອນຮັບ​ທ່ານ ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ ສະຫະລັດອາຣັບ​ເອມີ​ເຣັດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ 2 ຝ່າຍ​ຕ້ອງ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ… ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າ​ຍບັນລຸ 10 ຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ. ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ ສະຫະລັດອາຣັບ​ເອມີ​ເຣັດ (UAE) Shikh Abdullad Bin Zayed An Nahyan ຢັ້ງຢືນ​ລັດຖະບານ UAE ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ຫວຽດນາມ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຊຸກຍູ້​ການ​ຮ່ວ​ມມື​ໃນ​ບັນດາ​ຂົງ​ເຂດ​ລະຫວ່າງ 2 ປະ​ເທດ.

        ກ່ອນໜ້າ​ນັ້ນ, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ ສະຫະລັດອາຣັບ​ເອມີ​ເຣັດ ​ໄດ້​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບີ່​ງມິ​ງ.

 ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ ສະຫະລັດອາຣັບ​ເອມີ​ເຣັດ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ເຈີ​ນຕ໋ວນ​ແອ​ງ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຂອງ​ຄະນະກຳມາ​ທິການ​ປະສົມ ຫວຽດນາມ - UAE.

ຂ່າວ/ບົດ​ອື່ນ