ເພີ່ມທະວີການຮ່ວມມືຮັກສາສັນຕິພາບສະຫະປະຊາຊາດລະຫວ່າງຫວຽດນາມແລະສະຫະພັນລັດເຊຍ

(VOVWORLD) -ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍຫວຽດນາມ - ສະຫະພັນລັດເຊຍ ໄດ້ມີບັນດາບາດກ້າວພັດທະນາບຸກທະລຸ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ໃນນັ້ນມີຂົງເຂດຮັກສາສັນຕິພາບສະຫະປະຊາຊາດ.
ເພີ່ມທະວີການຮ່ວມມືຮັກສາສັນຕິພາບສະຫະປະຊາຊາດລະຫວ່າງຫວຽດນາມແລະສະຫະພັນລັດເຊຍ - ảnh 1 (ພົນໂທ ເບ໋ຊວນເຈື່ອງ ຕ້ອນຮັບ ພົນຕີ Kuralenko Sergey Vasilievich)

ພົນໂທ ເບ໋ຊວນເຈື່ອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຢືນຢັນຄືດັ່ງກ່າວທີ່ການຕ້ອນຮັບຄະນະປະຕິບັດງານກະຊວງປ້ອງກັນປະເທດລັດເຊຍ ໂດຍພົນຕີ Kuralenko Sergey Vasilievich, ຮອງຜູ້ບັນຊາການທະຫານບົກລັດເຊຍ, ເປັນຫົວໜ້າຄະນະເຂົ້າຢ້ຽມຂ່ຳນັບຕາມພິທີການທູດ, ໃນວັນທີ 14 ມິຖຸນາ.

      ພົນໂທ ເບ໋ຊວນເຈື່ອງ ສະເໜີວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຄວນຍູ້ແຮງການແລກປ່ຽນຄະນະຜູ້ແທນການທະຫານທຸກຂັ້ນ; ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະ ທັກສະວິຊາສະເພາະໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ ຜ່ານການຈັດຕັ້ງການຝຶກຊ້ອມຮ່ວມ, ກອງປະຊຸມສຳມະນາ; ພ້ອມທັງສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບເຂດເວທີປາໄສຫຼາຍຝ່າຍ….

      ສ່ວນພົນຕີ Kuralenko Sergey Vasilievich ຢືນຢັນວ່າ, ກະຊວງການປ້ອງກັນປະເທດລັດເຊຍ ຈະສະໜັບສະໜູນ, ຊ່ວຍເຫຼືອຫວຽດນາມ, ຕົ້ນຕໍ່ແມ່ນກົມຮັກສາສັນຕິພາບຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວຮັກສາສັນຕິພາບຢູ່ບັນດາຄະນະປະຕິບັດງານຂອງສະຫະປະຊາຊາດຢ່າງເໝາະສົມ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ