ເພີ່ມທະວີການຮ່ວມມືເສດຖະກິດລະຫວ່າງ ຫວຽດນາມ ແລະ ສະໂລວາກີ

(VOVWORLD) - ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳຂອງສະໄໝປະຊຸມຄັ້ງທີ 2 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ສະໂລວາກີ ແລະ ເຫັນດີຈັດຕັ້ງສະໄໝປະຊຸມຄັ້ງທີ 3 ຂອງຄະນະກຳມະການຢູ່ ຮ່າໂນ້ຍ ໃນປີ 2019
ເພີ່ມທະວີການຮ່ວມມືເສດຖະກິດລະຫວ່າງ ຫວຽດນາມ ແລະ ສະໂລວາກີ - ảnh 1ສະໄໝປະຊຸມຄັ້ງທີ 2 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ສະໂລວາກີ  

ສະໄໝປະຊຸມຄັ້ງທີ 2 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ສະໂລວາກີ ກ່ຽວກັບການຮ່ວມມືເສດຖະກິດຖືກຈັດຕັ້ງຢູ່ນະຄອນຫຼວງ Bratislava, ປະເທດ ສະໂລວາກີ ໃນວັນທີ 20 ມິຖຸນາ. ສະໄໝປະຊຸມໂດຍທ່ານ ຮ່ວາງກວກເວື້ອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ ທ່ານ Lukas Parizek, ລັດຖະມົນຕີກະຊວງການຕ່າງປະເທດ ສະໂລວາກີ ເປັນປະທານຮ່ວມ, ເພື່ອແນໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ ແລະ ການລົງທຶນ. ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳຂອງສະໄໝປະຊຸມຄັ້ງທີ 2 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ສະໂລວາກີ ແລະ ເຫັນດີຈັດຕັ້ງສະໄໝປະຊຸມຄັ້ງທີ 3 ຂອງຄະນະກຳມະການຢູ່ ຮ່າໂນ້ຍ ໃນປີ 2019, ໂດຍຍັງບໍ່ທັນມີການກຳນົດເວລາລະອຽດເທື່ອ.

        ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບໝາກຜົນຂອງສະໄໝປະຊຸມ. ທ່ານຮອງລັດຖະມົນຕີ ຮ່ວາງກວກເວື້ອງ ກໍ່ຖືວ່າ ພະລັງງານແມ່ນຂົງເຂດຮ່ວມມືມີແງ່ຫວັງຫຼາຍຢ່າງ:

        “ໜຶ່ງໃນບັນດາຂົງເຂດມີຫຼາຍກາລະໂອກາດ ແລະ ກໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນຮ່ວມມືເສດຖະກິດລະຫວ່າງ 2 ປະເທດນັ້ນແມ່ນພະລັງງານ. ນີ້ແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນພັດທະນາ ໃນຂະນະທີ່ບັນດາວິສາຫະກິດ ສະໂລວາກີ ມີທ່າແຮງໃນຂົງເຂດນີ້ ແລະ ໃນເມື່ອ ຫວຽດນາມ ພວມຢູ່ໃນໄລຍະນາຂະແໜງພະລັງງານຕ້ອງພັດທະໄວ ແລະ ຍືນຍົງ”

ຕອບກັບ

ຂ່າວ/ບົດ​ອື່ນ