ເພີ່ມທະວີການຮ່ວມສຳພັນການພັດທະນາການທ່ອງທ່ຽວຢູ່ທິດຕາເວັນອອກເຂດທົ່ງພຽງແມ່ນ້ຳຂອງ

ເພີ່ມທະວີການຮ່ວມສຳພັນການພັດທະນາການທ່ອງທ່ຽວຢູ່ທິດຕາເວັນອອກເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ກອງ​ປະຊຸ​ມສຳ​ມະ​ນາ “​ຮ່ວມ​ສຳພັນ​
ການພັດທະນາການທ່ອງທ່ຽວ​ແຂວງ​ເບັ໋ນ​ແຈ”
(ພາບ: TTXVN)


(vovworld) – ວັນ​ທີ 26/09, ທີ່​ກອງ​ປະຊຸ​ມສຳ​ມະ​ນາ “​ຮ່ວມ​ສຳພັນ​ການພັດທະນາການທ່ອງທ່ຽວ​ແຂວງ​ເບັ໋ນ​ແຈ”, ​ໂດ​ຍຄະນະ​ກຳມະການ​ປະຊາຊົນ​ແຂວງ ເບັ໋ນ​ແຈ ຈັດ​ຕັ້ງ. ທ່ານ​ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຮຽກຮ້ອງ​ໃຫ້​ນະຄອນ​ໂຮ່ຈິ​ມິນ ​ແລະ ບັນດາ​ແຂວງ ຕ່ຽນຢາງ, ເບັ໋ນ​ແຈ, ຈ່າ​ວິ​ງ ຕ້ອງ​ຮ່ວມ​ສຳພັນ​, ສ້າງ​ສາຍ​ທ່ອງ​ທ່ຽວ​ເຂດ​ແຄມ​ທະ​ເລ​​ ທິດຕາ​ເວັນ​ອອກເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ​ເພື່ອ​ແນ​ໃສ່​ສ້າງ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ ຫງວຽນ​ທ້ຽນ​ເຍີນ​ເນັ້ນ​ໜັກ​ວ່າ, ການ​ຮ່ວມ​ສຳພັນ​ລະຫວ່າງ 4 ​ແຂວງ, ນະຄອນ ​ແມ່ນ​ເພື່ອ​ເພີ່ມ​​ເຕີ່​ມ​ໃຫ້​ກັນ ​ແນ​ໃສ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ​ໃນ​ນັ້ນ​ມີ​ເລື່ອງ​ເຊື່ອມ​ຕໍ່​ກຳລັງຄວາມສາມາດ ​ແລະ ຂໍ້​ມູນ​ຂ່າວ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ທີ່​ເຮັດ​ວຽກ​ງານ​ທ່ອງ​ທ່ຽວ​ຢູ່​ແຕ່ລະ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ