ເພີ່ມທະວີການຮ່ວມສຳພັນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ

ເພີ່ມທະວີການຮ່ວມສຳພັນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ - ảnh 1
(ພາບ:ictnews.vn)

(vovworld) – ວັນ​ທີ 29/9, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ຄົ້ນຄວ້າ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ ສົມທົບ​ກັບ​ອົງການ​ຮ່ວມ​ມື​ສາກົນ ຍີ່ປຸ່ນ (JICA) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ການ​ຮ່ວມ​ມື​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ຊຸກຍູ້​ປະຕິບັດ​ແຜນ​ການ​ດຳ​ເນີນ​ງານ​ບັນດາ​ຂະ​ແໜງການ​ໃນ​ຍຸດ​ທະ​ສາດຫັນ​ເປັນ​ອຸດສາຫະກຳ​ໃນ​ຂອບ​ເຂດ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ. ບັນດາການ​ທາ​ບທາມ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຢືນຢັນ​ວ່າ: ​ແຫຼ່ງຊັບພະຍາກອນ​ມະນຸດ​ໄດ້​ຜ່ານ​ບຳລຸງ​ສ້າງ​ມີ​ຄຸນ​ນະພາ​ບສູງ ​ແມ່ນປັດ​ໃຈ​ພິ​ເສດ​ສຳຄັນ​ໃນ​ການ​ຍົກ​ສູງ​ສະມັດ​ຕະພາບ​ການ​ອອກ​ແຮງ​ງານ ​ແລະ ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ​ຢູ່ ຫວຽດນາມ. ທ່ານ​ນາງ ດຣ ຫງວຽນ​ທິ​ເຕວ​ແອ​ງ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ​ຖື​ວ່າ:

        “ ຫວຽດນາມ ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ແລະ ​ໃນ​ເວລາ​ຈະ​ມາ​ເຖິງ ​ຕະຫລາດ​ແຮງ​ງານ​ຂອງ ຫວຽດນາມ ກໍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ພວກ​ເຮົາ​ພວມ​ມີ​ກາລະ​ໂອກາດ​ຫລວງຫລາຍ ​ເພື່ອ​ສາມາດ​ເພີ່ມ​​ຄຸນ​ນະພາ​ບ​ແຫຼ່ງ​ແຮງ​ງານ​ຂອງ​ຕົນ, ​ແຕ່​​ຂ້າພະ​ເຈົ້າ​ຄິດ​ວ່າ ສິ່ງ​ທີ່ສຳຄັນ​ທີ່​ສຸດຢູ່ນີ້ ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ ກຳ​ແໜ້ນ​​ກາລະ​ໂອກາດ​ຂອງ​ການ​ເຊື່ອມ​ໂຍງ​ນີ້ ​ເພື່ອ​ຮ່ວມ​ສຳພັນ​ກັບ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ທີ່​ມີ​ບົດຮຽນ​ຫລາຍ​ກ່ວາ, ລະດັບ​ການ​ພັດທະນາສູງ​ກ່ວາ ​​ແລະ ​ພວກ​ເຮົາຄວນຮ່ວມ​ສຳພັນ​ກັບ​ພວກ​ເຂົາ, ກັບ​ບັນດາ​ວິ​ສາ​ຫະກິດ, ຕ້ອງມີ​ບັນດາ​ຮູບ​ແບບ​ຮ່ວມ​ສຳພັນ​ທີ່​ມຸ່ງ​ໄປ​ສູ່​ຕົວ​ຈິງ ​ແລະ ວິ​ສາ​ຫະກິດ”

ຂ່າວ/ບົດ​ອື່ນ