ເພີ່ມທະວີການເຊື່ອມຕໍ່ຊາວໜຸ່ມ,ນັກສຶກສາບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ

ເພີ່ມທະວີການເຊື່ອມຕໍ່ຊາວໜຸ່ມ,ນັກສຶກສາບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ - ảnh 1
(ພາບປະກອບ)

​​(vovworld) - ວັນ​ທີ 07/07, ຄະນະ​ຊາວ​ໜຸ່ມ, ສະມາຄົມ​ນັກ​ສຶກສາ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ນັກ​ສຶກສາ​ນະຄອນ​ໂຮ່ຈິ​ມິນ ກັບ​ຄະນະ​ຜູ້​ແທນ​ເຊິ່ງ​ແມ່ນ​ນັກ​ສຶກສາ​ໂຄງການ​​ມິດຕະພາບ​ແມ່​ນ້ຳຂອງ. ງານ​ພົບ​ປະ​​ແລກປ່ຽນແມ່ນ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບບັນດາລາຍການ​ເຄື່ອນ​ໄຫວຂອງ​ນັກ​ສຶກສາ, ພົບ​ປະ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​​ນັກສຶກສາ​ທີ່ຂຶ້ນ​ກັບ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ. ງານ​ພົບ​ປະ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ສ້າງ​​ເງື່ອນ​ໄຂ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ນັກ​ມຶກ​ສາ​ຂອງ​ບັນດາ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຜ່ານ​ນັ້ນ​ຍັງ​ມຸ່ງ​ໄປ​ເຖິງ​ການ​ຍູ້​ແຮງ​ການ​ຮ່ວມ​ມື​​ແບບ​ຍືນ​ຍົງ ​ແລະ ລະຫວ່າງ​ບັນດາ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ອີກ​ດ້ວຍ. ທີ່​ງານ​ພົບ​ປະ, ສະມາຄົມ​ນັກ​ສຶກສາ​ນະຄອນ​ໂຮ່ຈິ​ມິ​ນ ​ໄດ້​ແນະ​ນ​ຳ​ບັນດາ​ຈຸດ​ພົ້ນ​ເດັ່ນ​ຂອງ​ຂະ​ບວນການ​ເຄື່ອນ​ໄຫວ​ຂອງ​ນັກ​ສຶກສາ​ນະຄອນ. ບັນດາ​ນັກ​ສຶກສາ​​ໄດ້​ພ້ອມ​ກັນ​ແລກປ່ຽນ, ​ແບ່ງ​ປັນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່​ອນ​ໄຫວ​ຂອງ​ຂະ​ບວນການ​ຂອງນັກ​ສຶກສາແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ