ເພີ່ມທະວີການໂຄສະນາຜະລິດຕະພັນກະເສດຂອງຫວຽດນາມ ໄປຍັງອົດສະຕາລີ

(VOVWORLD) -ໃນໄລຍະ 3 ເດືອນຕົ້ນປີ 2021, ການສົ່ງອອກຜະລິດຕະພັນຜັກ, ໝາກໄມ້ຂອງຫວຽດນາມ ໄປຍັງ ອົດສະຕາລີ ໄດ້ເຕີບໂຕເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020
ເພີ່ມທະວີການໂຄສະນາຜະລິດຕະພັນກະເສດຂອງຫວຽດນາມ ໄປຍັງອົດສະຕາລີ - ảnh 1ໂຄສະນາຂີງແຊ່ເຢັນຂອງຫວຽດນາມ
(ພາບປະກອບ: baophapluat.vn)

ພາຍຫຼັງຜົນສຳເລັດຂອງໂຄງການສົ່ງເສີມການຄ້າສຳລັບໝາກຖົ່ວລຽນ ຫວຽດນາມ ຢູ່ ອົດສະຕາລີ ໃນປີ 2019 ແລະ 2020, ອົງການການຄ້າຫວຽດນາມ ປະຈຳ ອົດສະຕາລີ ພວມສົ່ງເສີມແຜນການໂຄສະນາ, ສ້າງເຄື່ອງໝາຍການຄ້າ ແລະ ຊຸກຍູ້ການເພີ່ມວົງເງິນການຄ້າບັນດາຜະລິດຕະພັນກະເສດອື່ນໆຂອງຫວຽດນາມ ຢູ່ຕະຫຼາດນີ້. ເປີດສາກໃຫ້ແຜນການດັ່ງກ່າວແມ່ນລາຍການໂຄສະນາຂີງແຊ່ເຢັນຂອງຫວຽດນາມ ຜ່ານບັນດາຊ່ອງສື່ສັງຄົມ, ເວັບໄຊ, ຮ້ານອາຫານ…

        ຕາມຕົວເລກສະຖິຕິຂອງກົມໃຫຍ່ພາສີຫວຽດນາມ ແລ້ວ, ໃນໄລຍະ 3 ເດືອນຕົ້ນປີ 2021, ການສົ່ງອອກຜະລິດຕະພັນຜັກ, ໝາກໄມ້ຂອງຫວຽດນາມ ໄປຍັງ ອົດສະຕາລີ ໄດ້ເຕີບໂຕເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ບັນລຸວົງເງິນສົ່ງອອກກວ່າ 19 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ