ເພີ່ມທະວີການໂຄສະນາພາບພົດຂອງ ຫວຽດນາມ ອອກສູ່ຕ່າງປະເທດ

ເພີ່ມທະວີການໂຄສະນາພາບພົດຂອງ ຫວຽດນາມ ອອກສູ່ຕ່າງປະເທດ  - ảnh 1

(ພາບ:vietbao.vn)

(vovworld)- ກອງ​ປະຊຸມ​ພົບ​ປະ​ກັບ​ຫົວໜ້າ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 22/4 ຢູ່​ນະຄອນ​ຕູຍ​ຮ່ວາ ​ແຂວງ​ຟູ​ອຽນ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ເອກ​ອັກຄະ​ລັດຖະທູດ 18 ທ່ານ​ຂອງບັນດາ​ປະ​ເທດ​ທີ່​ຫາ​ກໍ່​ໄດ້​ຮັບ​ແຕ່ງຕັ້ງຈາກ​ທ່ານ​ປະທານ​ປະ​ເທດ, ການ​ນຳ 7 ​ແຂວງ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ຂອງ​ພາກ​ກາງ​ຫວຽດນາມ ​ແລະ ​ເຂດ​ໄຕ​ງວຽນ. ທ່ານ​ໂຕ​ແອ​ງຢູງ, ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳກາ​ນາ​ດາ, ຫົວໜ້າ​ຄະນະ​ປະຕິບັດ​ງານ ​ໃຫ້​ຮູ້​ວ່າ:

   “ຜ່ານ​ກອງ​ປະຊຸມ​ຄັ້ງນີ້, ພວກ​ຂ້າພະ​ເຈົ້າ​ເຫັນ​ໄດ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ບັນດາ​ແຂວງພາກ​ກາງ ​ແລະ ​ໄຕ​ງວຽນ. ​ໃນ​ຖານະ​ເປັນ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ກົງ​ສູນ​ທີ່​ຫາ​ກໍ່​ໄດ້​ຮັບ​ໜ້າ​ທີ່​ໃໝ່, ພວກ​ຂ້າພະ​ເຈົ້າຈະ​ພະຍາຍາມ​ໂຄສະນາ​ການທ່ອງທ່ຽວ​ຂອງ​ບັນດາແຂວງພາກ​ກາງ ​ແລະ ​ໄຕ​ງວຽນ ອອກ​ສູ່​ຕ່າງປະ​ເທດ ກໍ່​ຄື​ພະຍາຍາມ​ສົ່ງ​ເສີມ​ການ​ລົງທຶນ, ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ຕ່າງປະ​ເທດ“.

ຂ່າວ/ບົດ​ອື່ນ