ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້​ານ ພະ​ຍາດ​ອັກ​ເສ​ບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂລກ ສາຍ​ພັນ​ໃໝ່

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ປະກາດໃຊ້ຄຳສັ່ງກ່ຽວກັບການເພີ່ມທະວີມາດຕະການປ້ອງກັນ, ຕ້ານ ບັນດາການຜັນແປທີ່ສັບສົນໃໝ່ ຂອງ ເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (nCoV). 
ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້​ານ ພະ​ຍາດ​ອັກ​ເສ​ບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂລກ ສາຍ​ພັນ​ໃໝ່ - ảnh 1

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫາກໍ່ເຊັ່ນປະກາດໃຊ້ຄຳສັ່ງກ່ຽວກັບການເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານພະຍາດອັກເສບປອດທີ່ເກີດຈາກເຊື້ອພະຍາດຈຸລະໂລກສາຍພັນໃໝ່ (ພາບ: VGP)

ຄຳສັ່ງຊີ້ແຈ້ງວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນຕ້ອງຖືເປັນສຳຄັນວຽກງານປ້ອງກັນ, ຕ້ານເຊື້ອພະຍາດ, ຕັດສິນໃຈສະກັດກັ້ນເຊື້ອພະຍາດດັ່ງກ່າວ ເຖິງວ່າ ໄດ້ຮັບຜົນເສຍຫາຍດ້ານເສດຖະກິດກໍ່ຕາມ; ຮັບປະກັນຄວາມປອດໄພຊີວິດອິນຊີ, ສຸຂະພາບຂອງ ປະຊາຊົນ, ຈຳກັດຈຳນວນຄົນທີ່ເສຍຊີວິດໃຫ້ຢູ່ໃນລະດັບຕ່ຳສຸດ ແລະ ຕ້ອງມີວິທີການ, ແຜນການຢ່າງລະອຽດ ເພື່ອຄວບຄຸມບໍ່ປະໃຫ້ເຊື້ອພະຍາດແຜ່ລະບາດອອກູ່ວົງກ້ວາງ. ບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດກັບຈີນຈົ່ງສ້າງຊ່ອງທາງຕິດຕໍ່ກັບ ທ້ອງຖິ່ນທຸກຂັ້ນຂອງ ຈີນ ເພື່ອ ກຳແໜ້ນຂໍ້ມູນຂ່າວສານ…

        ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາໂຮງໝໍ ກຽມພ້ອມການຕ້ອນຮັບ, ປິ່ນປົວໃຫ້ແກ່ຄົນເຈັບ, ປະຕິບັດການແຍກຕົວຄົນເຈັບອອກມາ ປິ່ນປົວຕ່າງຫາກເພື່ອບໍ່ໃຫ້ຕິດແປດ. ຫ້າມບໍ່ໃຫ້ມີການປິດບັງ ແລະ  ເສກສັນປັ້ນແຕ່ງຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກ່ຽວກັບ ເຊື້ອພະຍາດ.

        ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 1 ກຸມພາ, ຕາມແຫຼ່ງຂ່າວຂອງ ກະຊວງສາທາລະນະສຸກ ຫວຽດນາມ, ໃຫ້ຮູ້ວ່າ ຫວຽດນາມໄດ້ກວດພົບ ກໍລະນີ ທີ່ມີຄົນຕິດເຊື້ອພະຍາດຈຸລະໂລກສາຍພັນໃໝ່ຕື່ມອີກ 1 ຄົນ (ໃນວັນທີ 31 ມັງກອນ), ຍົກຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ ຫວຽດນາມ ຂຶ້ນເປັນ 6 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ