ເພື່ອເຮັດໃຫ້ແຂວງຊ໋ອກຈັງກາຍເປັນແຂວງທີ່ມີລາຍຮັບສະເລ່ຍຢູ່ເຂດທົ່ງພຽງແມ່ນ້ຳຂອງ

ເພື່ອເຮັດໃຫ້ແຂວງຊ໋ອກຈັງກາຍເປັນແຂວງທີ່ມີລາຍຮັບສະເລ່ຍຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽ​ນ​ຊວນ​ຟຸກ
ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຊ໋ອກ​ຈັງ

(vovworld) - ຕອນ​ບ່າຍ ວັນ​ທີ 21/11, ຢູ່​ຮ່າ​ໂນ້ຍ,  ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽ​ນ​ຊວນ​ຟຸກ ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຊ໋ອກ​ຈັງ ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິ​ດ-ສັງ​ຄົ​ມ. ທ່ານ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ຖື​ວ່າ: ແຂວງ​ຊ໋ອກ​ຈັງ​ຄວນ​ກາຍ​ເປັນ​ແຂວງ​ທີ່​ມີ​ລາຍ​ຮັບ​ສະ​ເລ່ຍ ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ເທື່ອ​ລະ​ກ້າວ. ແຂວງ​ຊ໋ອກ​ຈັງ ຄວນ​ຍູ້​ແຮງ​​ການພັດ​ທະ​ນາ​ການ​ທ່ອງ​ທ່ຽວ; ກວດຄືນ​ແຜນ​ພັດ​ທະ​ນາ​ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາດ ແລະ ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳຄືນ​ໃໝ່​ໃຫ້​ເຂັ້​ມ​ແຂງກວ່າ. ເນັ້ນ​ໜັກ​ວ່າ: ​ອັດ​ຕາ​​ສ່ວນຄອບ​ຄົວ​ທຸກ​ຍາກ​ຂອງ​ແຂວງຍັງ​ສູງ​ຢູ່, ທ່ານ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ຊີ້​ນຳ​ແຂວງ​ຊ໋ອກ​ຈັງ​ຄວນຖື​​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກເປັນ​ໜ້າ​ທີ່​ສຳ​ຄັນ.

 

ຂ່າວ/ບົດ​ອື່ນ