ເຢຍລະມັນຈັບຕົວເປົ້າໝາຍໜູນຊ່ວຍບັນດາກຸ່ມທະຫານກະບົດຊາວມຸດສລິມ

ເຢຍລະມັນຈັບຕົວເປົ້າໝາຍໜູນຊ່ວຍບັນດາກຸ່ມທະຫານກະບົດຊາວມຸດສລິມ - ảnh 1
(ພາບ​ປະ​ກອບ​ຈາກ Barenakedislam.com)

(vovworld) – ​ວັນ​ທີ 12/11, ຕຳຫຼວດ ເຢຍ​ລະ​ມັນ ໄດ້​ຈັບ​ຕົວ​ຜູ້​ຖືກ​ສົງ​ໄສ​ໜູນຫຼັງ​ໃຫ້ທະ​ຫານ​ກະ​ບົດ​ຢູ່ ຊີ​ຣີ 9 ຄົນ​, ໃນ​ນັ້ນ​ມີ​ກຸ່ມ “ລັດ​ອິດ​ສະ​ລາມ” ອ້​າງ​ຊື່​ເອງ (IS), ແລະ ກະ​ກຽ​ມ​ມີ​ການ​ກະ​ທຳ​ຜິດ​ກົດ​ໝາຍກໍ່​ຄວາມ​ອັນ​ຕະ​ລາຍ​ໃຫ້​ແກ່​ປະ​ເທດ​ຊາດ. ບັນ​ດາ​ເປົ້າ​ໝາຍ​ຖືກ​ຈັບ​ຕົວ​ມີ​ອາ​ຍຸ​ແຕ່ 22 – 58 ປີ, ໃນ​ນັ້ນ​ມີ 8 ຄົນ​ຖື​ສັນ​ຊາດ ເຢຍ​ລະ​ມັນ ເຊິ່ງ​ມາ​ຈາກ​ບັນ​ດາ​ຄອບ​ຄົວ​ຖື​ສາ​ສະ​ໜາ​ອິດ​ສະ​ລາມ ແລະ ຊາວ​ປາ​ກິດ​ສະ​ຖານ​ 1 ຄົນ. ບັນ​ດາ​ຜູ້ນີ້​ຖືກ​ສົງ​ໄສ​ ​ເຂົ້າ​ຮ່ວມ​ການ​ສົ່ງ​ບັນ​ດາ​ມື​ປືນ​ຈາກ ເຢຍ​ລະ​ມັນ ໄປ ຊີ​ຣີ ເພື່ອ​ເຂົ້າ​ຮ່ວມ​​ຖັນ​ແຖວ IS. ນອກ​ຈາກນັ້ນ, ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ​ຍັງ​ເຄື່ອນ​ໄຫວ​ບໍ​ລິ​ຈາກ​ເງິນ​ນັບ​ພັນໆ ເອີ​ໂຣ​ເພື່ອ​ສະ​ໜັບ​ສະ​ໜູນ IS ແລະ ບັນ​ດາ​ກຸ່​ມ​ຫົວ​ຮຸນ​ແຮງ​ອື່ນ​ໆ. ແລະກໍ່​ໃນ​ບັ້ນ​ຮົບ​ດັ່ງ​ກ່າວ, ຕຳຫຼວດ​ຍັງ​ດຳ​ເນີນ​ການກວດ​ກາ​ເຮືອ​​ນຊານ​ຂອງ 20 ເປົ້າ​ໝາຍ​ສະ​ໜັບ​ສະ​ໜູນ ສາ​ສະ​ໜາ​ອິດ​ສະ​ລາມ ນິ​ຍົມ​ຮັກ​ສາ​ເດີມ​ຫົວ​ຮຸນ​ແຮງ.


ຂ່າວ/ບົດ​ອື່ນ