ເຢຍລະມັນແລະຍີ່ປຸ່ນປຶກສາຫາລືໂຄງການດຳເນີນງານ G7

ເຢຍລະມັນແລະຍີ່ປຸ່ນປຶກສາຫາລືໂຄງການດຳເນີນງານ G7 - ảnh 1
(ພາບ​ປະ​ກອບ: Kyodo/TTXVN)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ​ກັບ​ຄູ່​ຕຳ​ແໜ່ງ​ຍີ່​ປຸ່ນ Shinzo Abe ໃນ​ວັນ​ທີ 04/05, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ໃຫ້​ຮູ້​ວ່າ, ຈຸດ​ປະ​ສົງ​ຕົ້ນ​ຕໍ່​ໃນ​ການ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ Abe ເຖິງ​ເຢຍ​ລະ​ມັນ ແມ່ນ​ເພ​ື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂຄງ​ການ​ດຳ​ເນີນ​ງານ​ໃຫ້​ກອງ​ປະ​ຊຸມ G7 ຈະ​ມາ​ເຖິງ​ຢູ່​ຍີ່​ປຸ່ນ. ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Merkel ກໍ່​ເນັ້ນ​ໜັກ​ເຖິງ​ໜຶ່ງ​ໃນ​ບັນ​ດາ​ຫົວ​ຂໍ້​ຈຸດ​ສຸມ​ຂອງ G7 ແມ່ນ​ເສດ​ຖະ​ກິດ, ໃນ​ນັ້ນ​ເຢຍ​ລະ​ມັນ ແລະ ຍີ່​ປຸ່ນ ​ພ້ອມ​ກັບ​ມຸ່ງ​ໄປ​ເຖິງ 3 ເສົ້າ​ຄ້ຳ​ຕົ້ນ​ຕໍ່​ຄື: ການ​ລົງ​ທຶນ, ການປະ​ຕິ​ຮູບ​ໂຄງ​ປະ​ກອບ ແລະ ນະ​ໂຍ​ບາຍ​ເງິນ​ຕາ. ການ​ນຳ 2 ທ່ານ​ຍັງ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປ​ະ​ເທດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ, ກ່ຽວ​ກັບ​ບັ້ນ​ຮົບ​ຕ້ານກໍ່​ການ​ຮ້າຍ. ການ​ນຳ 2 ທ່ານ​ກໍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽ​ວ​ກັບ​ບັນ​ດາ​ບັນ​ຫາ​ຮ້​ອນ​ເຮັ່ງ​ໃນ​ໂລກຄື: ສົງ​ຄາມ​ການ​ເມືອງຢ​ູ່​ຊ​ີ​ຣີ, ວິ​ກິດ​ການ​ຢູ່​ຢູ​ແຫຼນ ກໍ​ຄື​ສະ​ພາບ​ທາງ​ທະ​ເລ​ອ້ອມ​ແອ້ມ​ຍີ່​ປຸ່ນ, ພາ​ກ​ພື້ນ​ອາ​ຊີ, ເຂດ​ທະ​ເລ​ຮ​ວາ​ຕຸງ ແລະ ທະ​ເລ​ຕາ​ເວັນ​ອອກ. ໃນ​ນັ້ນ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ, ທຸກ​ການ​ຂັດ​ແຍ້ງ​ກັນ​ອາດ​ສາ​ມາດ​ແກ້​ໄຂ​ໄດ້​ໂດຍ​ສັນ​ຕິ​ວິ​ທີ.

ຂ່າວ/ບົດ​ອື່ນ