ເຢຍລະມັນແລະບຣາຊິນ ຍື່ນສະເໜີຮ່າງມະຕິຄວບ ຄຸມລາຍການສອດແນມ ຂອງອາເມລິກາ
ທ່ານນາງປະທານາທິບໍດີບຣາຊິນ ແລະ ນາຍົກລັດຖະມົນຕີເຢຍລະມັນ
(ພາບ: dantri.com.vn )
(vovworld)- ຮ່າງມະຕິຄວບຄຸມລາຍການສອດແນມຂອງອາເມລິກາ ໂດຍ ເຢຍລະມັນ ແລະ ບຣາຊິນ ຍື່ນສະເໜີ ບໍ່ເຕື້ອງເຖິງຊື່ປະເທດລະອຽດໃດ ແຕ່ຕາມບັນດານັກການທູດເອີລົບແລ້ວ, ນີ້ແມ່ນການໂຈມຕີແນໃສ່ອາເມລິກາ.
ກ່າວຄຳເຫັນຢູ່ ສປຊ, ທ່ານ Aguiar Patriota ເອກອັກຄະລັດຖະທູດບຣາຊິນ ປະຈຳ ສປຊ ຖືວ່າ: ບັນດາຄວາມກ້າວໜ້າໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານໃນຊຸມປີມໍ່ໆມານີ້ ໄດ້ເຮັດໃຫ້ມວນມະນຸດຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍ ແລະ ມີບັນດາໂອກາດເພື່ອແນ່ໃສ່ປົກປ້ອງສິດສ່ວນຕົວ ແລະ ສິດພື້ນຖານອື່ນໆ. ຖ້າບໍ່ມີບັນດາມາດຕະການເພີ່ມທະວີການ ປົກປ້ອງສິດສ່ວນຕົວ ຈະບໍ່ມີສິດເສລີພາບໃນການປາກເວົ້າ ແລະ ຊ້ຳບໍ່ໜຳຈະບໍ່ມີປະຊາທິປະໄຕຢ່າງແທ້ຈິງ.
ຮ່າງມະຕິຂອງ ເຢຍລະມັນ ແລະ ບຣາຊິນ ຮຽກຮອ້ງໃຫ້ລັດຖະບານຂອງ 193 ປະເທດສະມາຊິກ ສປຊ ຕ້ອງມີບັນດາມາດຕະການທີ່ມີປະສິດທິຜົນເພື່ອແນໃສ່ຢຸດຕິການກະກຳລະເມີດສິດສ່ວນຕົວໄປຄຽງຄູ່ກັບການສ້າງຕັ້ງບັນດາກົນໄກຕິດຕາມກວດກາປະເທດເປັນເອກະລາດ./.