ເຢຍລະມັນ,ໂອຕາລິດ,ຊູແອດຮຽກຮ້ອງເອີລົບສາມັກຄີ

ເຢຍລະມັນ,ໂອຕາລິດ,ຊູແອດຮຽກຮ້ອງເອີລົບສາມັກຄີ - ảnh 1
(ພາບປະກອບ: TTXVN)

(vovworld) – ​ດ້ວຍຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ສຽງ​ເວົ້າ​ລວມໃນ​ການແກ້​ໄຂ​ວິ​ກິດ​ການ​ອົບ​ພະຍົບ, ວັນ​ທີ 19/09, ຢູ່​ນະຄອນຫຼວງ ວຽນ, ປະ​ເທດ​ໂອ​ຕາ​ລິດ, ການ​ນຳ​ບັນດາ​ປະ​ເທດ ​ໂອ​ຕາ​ລິດ, ​ເຢຍລະ​ມັນ ​ແລະ ຊູ​ແອດ ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການຊາວ​ອົບ​ພະຍົບ, ​ເຊິ່ງ​ພວມ​ເປັນ​ການ​ທ້າ​ທາຍ​ດ້ານ​ຄວາມສະຫງົບຢູ່ ທະວີບ​ນີ້. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນ​ຕີໂອ​ຕາ​ລິດ Werner Faymann, ຜູ້​ຮ່ວມ​ຕຳ​ແໜ່​ງຊູ​ແອດ Stenfan Loefven ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Sigmar Gabriel ລ້ວນ​ແຕ່​ເຫັນ​ດີ​ກັບໜ້າ​ທີ່​ໃນ​ປະຈຸ​ບັນຂອງ​ບັນດາ​ປະ​ເທດ​ເອີ​ລົບ ​ແມ່ນ​ຄວບ​ຄຸບ​ຊາວອົບ​ພະຍົບ, ໜູນ​ຊ່ວຍ​ການ​ດຳລົງ​ຊີວິດ​ໃຫ້​ແກ່​ເຂົ້າ​ເຈົ້າ​ ກໍ​ຄື​ຮັບປະກັນ​ຄວາມ​ປອດ​ໄພ​​ໃນ​ຕະຫຼາດ​ແຮງງານ ​ເມື່ອ​ບັນດາ​ປະ​ເທດ​ນີ້​ຮັບ​​ເອົາຊາວ​ອົບ​ພະຍົບ. ບັນດາ​ການ​ນຳ​ລ້ວນ​ແຕ່​ໃຫ້​ຂໍ້​ສະຫຼຸບ​ວ່າ, ຕ້ອງ​ມີ​ກາ​ນຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ສະຫະພາບ​​ເອີ​ລົບ ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ວິ​ກິດ​ການ​​ອົບ​ພະຍົບ.

ຂ່າວ/ບົດ​ອື່ນ