ເລຂາຄະນະພັກນະຄອນໂຮ່​ຈີ​ມິນເລແທງຫາຍຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດລາວ

ເລຂາຄະນະພັກນະຄອນໂຮ່​ຈີ​ມິນເລແທງຫາຍຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດລາວ - ảnh 1
ທ່ານເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ ​​ຕ້ອນຮັບ​
ທ່ານນາງປະທານສະພາແຫ່ງຊາດລາວ ​ປານີ ຢາ​ທໍ່​ຕູ້
(ພາບ: Thanh Vũ/TTXVN)

(vovworld) - ​​ຕອນ​ຄຳ່​ວັນ​ທີ 31/3, ກຳ​ມະ​ການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ທ່ານເລ​ແທງ​ຫາຍ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ ​ໂດຍ​ທ່ານນາງ ປານີ ຢາ​ທໍ່​ຕູ້, ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ​ລາວ, ນຳ​ໜ້າ​ເຂົ້າ​ຢ້ຽມ​ຄຳນັບ​ໃນ​ໂອກາດ​​ເຮັດ​ວຽກ​ຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ເລ​ແທງ​ຫາຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ:​ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາວ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ, ພິ​ເສດ​ແມ່ນ​ໂຄງການ​ຮ່ວມ​ມື​ລະອຽດ​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ​ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ​ຄື: ນະຄອນຫຼວງ​ວຽງ​ຈັນ, ​ແຂວງ​ຈຳປາ​ສັກ ບັນລຸ​​ໄດ້ບັນດາ​ໝາກຜົນ​ອັນ​ອີ​ງາມ. ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ເລ​ແທງ​ຫາຍ ປາດ​ຖະໜາ​ວ່າ: ພັກ, ລັດຖະບານ​ລາວ​ ສືບ​ຕໍ່​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ໃຫ້​ນະຄອນ​ໂຮ່ຈິ​ມິນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ ​ເພີ່ມ​ທະວີ​ການ​ຮຳ່​ຮຽນ, ​ແບ່ງ​ປັນ​ບົດຮຽນ, ຊຸກຍູ້​ກາ​ນຮ່ວມ​ມື​ພັດທະນາ​ກ່ວາ​ອີກ. ສ່ວນ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ:​ ນະຄອນ​ໂຮ່ຈິ​ມິນ ​ແລະ ນະຄອນຫຼວງ​ວຽງ​ຈັນ ​ເພີ່ມ​ທະວີການ​ແລກປ່ຽນ​ບົດຮຽນ, ພິ​ເສດ​​ໃນ​ການ​ເຄື່ອນ​ໄຫວ​ກວດກາ, ຕິດຕາມ​ກວດກາ​ກໍ່​ຄື​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ສຳຄັນ​ອື່ນໆ.

ຂ່າວ/ບົດ​ອື່ນ