ເລຂາທິການໃຫຍ່ Nguyen Phu Trong ຢ້ຽມຢາມ ສ ກູຍບາ ແລະ ສ. ສະຫະພັນ Barazil

ເລຂາທິການໃຫຍ່ Nguyen Phu Trong ຢ້ຽມຢາມ ສ ກູຍບາ ແລະ ສ. ສະຫະພັນ Barazil - ảnh 1
ທ່ານເລຂາທິການໃຫຍ່ Nguyen Phu Trong

(vovworld) - ​​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານພົນ​ເອກ Raul Castro Ruz, ​ເລຂາທີ 1 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ຍບາ, ປະທານ​ສະພາ​​ແຫ່ງ​ລັດ, ປະທານ​ສະພາ​ລັດຖະມົນຕີ​ແຫ່ງ ສ ກູ​ຍບາ ​ແລະ ປະທານາທິບໍດີ ສ ສະຫະພັນ Brazil, ທ່ານນາງ Dilma Rousseff, ​ທ່ານ Nguyen Phu Trong, ​ເລຂາທິກ​ານ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ ​ໄດ້​ເດີນທາງ​ຢ້ຽມຢາມ ສ ກູ​ຍບາ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8 – 12/4 ​ແລະ ຢ້ຽມຢາມ​ທາງ​ລັດຖະກິດ ສ ສະຫະພັນ Brazil ​ແຕ່​ວັນ​ທີ 12 – 15/4.

ການ​ຢ້ຽມຢາມ​ ສ ກູ​ຍບາ ​ແລະ ສ ສະຫະພັນ Brazil ຂອງ​ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ສົ່ງ​ສານ​ພິ​ເສດ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ກ່ຽວ​ກັບນ້ຳ​ໃຈ​ສາມັກ​ຄີ, ມິດຕະພາບ, ການຮ່ວມ​ມື​​ເພື່ອພ້ອມ​ກັນ​ພັດທະນາ​ກັບ​ປະຊາຊົນ ກູຍບາ, ປະຊາຊົນ Brazil, ປະກອບສ່ວນ​ສຳຄັນ​ຊຸກ​ຍູ້​ການ​ພົວພັນ​ທີ່​ມີ​ລວງ​ເລິກ ກັບ​​ບັນດາ​ປະ​​ເທດເພື​່ອນມິດ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຂະ​ບວນການຝ່າຍ​ຊ້າຍ ອາ​ເມ​ລິ​ກາ​ລາ​ຕິນ ​ໃນ​ວິວັດທະນາ​ການ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຕາມ​ຈິດ​ໃຈ​​ມະຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.

​ເນື່ອງ​ໃນ​ການ​ຢ້ຽມຢາມ​ສັນຕະວະ​ໄມຕີ ສ ກູ​ຍບາ​ຂອງ​ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ວັນ​ທີ 7/4, ໜັງສືພິມ Granma, ສຽງ​ຂອງ​ພັກ​ກອມ​ມູນິດ​ກູ​ຍບາ ​ແລະ ໜັງສືພິມ Juventud Rebelde, ​ສຽງ​ຂອງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ກູ​ຍບາ ​ໄດ້​ລົງ​ພິມ​ໃນ​ໜ້າ​ທຳ​ອິດ​ບົດແຈ້ງ​ຂ່າວ​ກ່ຽວ​ກັບ​ການ​ຢ້ຽ​ມຢາມ. ບັນດາບົດ​ໜັງສືພິມ​ຢືນຢັນ​ວ່າ: ນີ້​ແມ່ນ​ການ​ຢ້ຽມຢາມ ກູ​ຍບາ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໃນ​ຖະນາ​ເປັນ​ເລຂາທິການ​ໃຫຍ່ພັກ​ກອມູນິດ​ຫວຽດນາມ ​ເພື່ອ​ແນ​ໃສ່​ປັບປຸງ​ສາຍ​ພົວພັນ​ຮ່ວມ​ມື ​ແລະ ມິດຕະພາບ​ອັນ​ເປັນ​ມູນ​ເຊື້​ອ​ແບບ​ພິ​ເສດ​ລະ​ຫວ່າງ ພັກ, ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ກູ​ຍບາ​ອ້າຍ​ນ້ອງ.

ຂ່າວ/ບົດ​ອື່ນ