ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ

(VOVWORLD) - ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນ ຈີນ ສີຈີ້ນຜິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຈີນ ເດີນທາງມາຮອດ ນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. 
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນ ຈີນ ສີຈີ້ນຜິງ ພ້ອມດ້ວຍພັນລະຍາ ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ  (ພາບ: VOV)

ຕອນບ່າຍວັນທີ 12 ທັນວາ, ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນ ຈີນ ສີຈີ້ນຜິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຈີນ ເດີນທາງມາຮອດ ນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ພັນລະຍາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ.

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ - ảnh 2ການນຳ ຫວຽດນາມ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ  ຢູ່ ສະໜາມບິນ (ພາບ: VOV)

        ອອກສະໜາມບິນຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ພັນລະຍາ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານ ຟານດິ່ງຈາກ ຫົວໜ້າຄະນະການເມືອງພາຍໃນສູນກາງພັກ, ທ່ານ ເລຮວ່າຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ…ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຄັ້ງທີ 3 ໃນຖານະເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ