ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງໃຫ້​ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ທ່ານ Guterres ສະແດງຄວາມປາດຖະໜາຢາກເຫັນວ່າ ນັບມື້ນັບມີຫຼາຍບໍລິສັດ ມີຄວາມຮັບຜິດຊອບກ່ຽວກັບສິ່ງແວດລ້ອມກ່ວາອີກ, ພັດທະນາຫຼາຍມາດຕະການຂຽວ ແລະ ສະອາດກ່ວາອີກ, ວາງອອກຫຼາຍເປົ້າໝາຍກ່ວາອີກ ເພື່ອມຸ່ງໄປເຖິງການປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ ເຊິ່ງ ສປຊ ໄດ້ວາງອອກ,
ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງໃຫ້​ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: Getty Images/TTXVN)

ວັນທີ 15 ກັນຍາ, ກ່າວຄຳເຫັນທີ່ການປະຊຸມກັບ ສະຫະພາບທົ່ວໂລກ ບັນດາກຸ່ມບໍລິສັດໃຫຍ່ຮ່ວມມືກັບ ສປຊ (ຍັງໄດ້ເອີ້ນຫຍໍ້ວ່າ UN Global Compact), ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງບັນດາຄູ່ຮ່ວມມືພາກລັດ ແລະ ເອກະຊົນ ຈົ່ງຮ່ວມມືກັບ ສປຊ ເພື່ອຟື້ນຟູໂລກແບບຍືນຍົງ ພາຍຫຼັງໂລກລະບາດໂຄວິດ - 19, ພ້ອມທັງຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ. ບັນດາຄູ່ຮ່ວມືມພາກລັດ - ເອກະຊົນຕ້ອງເພີ່ມການລົງທຶນແຫຼ່ງກຳລັງໃຫ້ແກ່ວຽກງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງຢາກເຮັດໄດ້ຄືນແນວນັ້ນ, ຕ້ອງມີການຮ່ວມແຮງຮ່ວມໃຈ ຂອງບັນດາວິສາຫະກິດອຸດສາຫະກຳ, ສ້າງບັນດາຄວາມຊິ້ນເຄີຍໃນການບໍລິໂພກໃໝ່ ແລະ ນຳໃຊ້ຜົນສະທ້ອນຂອງເຂົາເຈົ້າ ເພື່ອນຳບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຕາມທິດມຸ່ງໄປເຖິງການປົກປັກຮັກສາສິ່ງແວດລ້ອມ.

ໄປຄຽງຄູ່ກັນນັ້ນ, ທ່ານ Guterres ສະແດງຄວາມປາດຖະໜາຢາກເຫັນວ່າ ນັບມື້ນັບມີຫຼາຍບໍລິສັດ ມີຄວາມຮັບຜິດຊອບກ່ຽວກັບສິ່ງແວດລ້ອມກ່ວາອີກ, ພັດທະນາຫຼາຍມາດຕະການຂຽວ ແລະ ສະອາດກ່ວາອີກ, ວາງອອກຫຼາຍເປົ້າໝາຍກ່ວາອີກ ເພື່ອມຸ່ງໄປເຖິງການປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ ເຊິ່ງ ສປຊ ໄດ້ວາງອອກ, ພ້ອມທັງປະກອບສ່ວນເຂົ້າໃນການຍົກສູງລະດັບຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ຮັດແຄບຊ່ອງວ່າງຄວາມສະເໝີພາບລະຫວ່າງ ຍິງ-ຊາຍ.

ຕອບກັບ

ຂ່າວ/ບົດ​ອື່ນ