(vovworld) - ວັນທີ 13/8, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ໄປຮອດ ປາກິດສະຖານ, ເລີ່ມຕົ້ນການຢ້ຽມຢາມປະເທດ ອາຊີ ໃຕ້ນີ້ເປັນເວລາ 2 ວັນເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ຂັ້ນສູງປະເທດເຈົ້າພາບກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນສຳຄັນຄືການຄຸ້ມຄອງໄພພິບັດ, ການສຶກສາ, ສັນຕິພາບ ແລະ ພິເສດແມ່ນຄວາມເຄັ່ງຕຶງລະຫວ່າງ ປາກິດສະຖານ ແລະ ອິນເດຍ ໄລຍະມໍ່ໆມານີ້. ພາຍຫຼັງມາຮອດນະຕອນຫຼວງ Islamabad, ທ່ານ Ban Ki moon ໄດ້ເຂົ້າຮ່ວມພິທີເປີດສະຫຼອງສູນສັນຕິພາບ ແລະ ສະຖຽນລະພາບສາກົນຢູ່ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຢີແຫ່ງຊາດ. ຄາດວ່າ, ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ Ban Ki moon ຈະມີການພົບປະກັບທ່ານປະທານາທິບໍດີ ປາກິດສະຖານ Asif Zardari, ທ່ານນາຍົກລັດຖະມົນຕີ Nawaz Sharif ແລະ ບັນດານາຍທະຫານ. ວັນທີ 14/8, ທ່ານກໍ່ເຂົ້າຮ່ວມພິທີຊັກທຸງສະເຫຼີມສະຫຼອງວັນຊາດ ປາກິດສະຖານ.