ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ


ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ແລະ ​ທ່ານ​ນາງ​ສູນ​ທອນ​ໄຊ​ຍະ​ຈັກ, ຜູ້​ຕາງ​ໜ້າ​ພິ​ເສດຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​​​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

(vovworld)-  ຕອນ​ເຊົ້າ​ວັນ​ທີ 29/1, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ​ສູນ​ທອນ​ໄຊ​ຍະ​ຈັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຜູ້​ຕາງ​ໜ້າ​ພິ​ເສດຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​​​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ບຸນ​ຍັງ ວໍ​ລະ​ຈິດ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ​ສູນ​ທອນ​ໄຊ​ຍະ​ຈັກ ໄດ້​ສົ່ງ​ຈົດ​ໝາຍ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​​​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ທີ່ອວຍ​ພອນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ສືບ​ຕໍ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມອີກ​ສະ​ໄໝ​ໜຶ່ງ.

      ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ຢືນ​ຢັນ​ວ່າ ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ຫວຽດ​ນາມ-ລາວ ແມ່ນ​ຊັບ​ສົມ​ບັດ​ລວມ​ອັນ​ລ້ຳ​ຄ່າ​ຂອງ 2 ຊາດ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈສຳ​ຄັນ ເພື່ອ​ຮັບ​ປະ​ກັນ​ໄຊ​ຊະ​ນະ​ຂອງ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ແຕ່​ລະ​ປະ​ເທດ.

    ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ສູນ​ທອນ​ ໄຊ​ຍະ​ຈັກກໍ​ໄດ້​ພົບ​ປະ​ກັບ​ທ່ານ​ຮ່​ວາງ​ບິງກວນ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ.

 

 

ຂ່າວ/ບົດ​ອື່ນ