ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເງະອານ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ເງະອານ, ຕອນບ່າຍວັນທີ 29 ຕຸລາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ເງະອານ ກ່ຽວກັບສະພາບການດ້ານເສດຖະກິດ, ສັງຄົມ, ວຽກງານກໍ່ສ້າງພັກ ພາຍຫຼັງ 2 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ທິດທາງ, ໜ້າທີ່ ໃນໄລຍະຈະມາເຖິງ.
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເງະອານ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນທີ່ການເຮັດວຽກ 

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງບັນດາຜົນງານເຊິ່ງແຂວງເງະອານ ບັນລຸໄດ້ໃນໄລຍະຜ່ານມາ. ຕາມທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງແລ້ວ, ແຂວງ ເງະອານ ໄດ້ມີບັນດາບາດກ້າວພັດທະນາໄວ ແລະ ໜັກແໜ້ນພໍສົມຄວນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ ແຂວງ ເງະອານ ມີທີ່ຕັ້ງບົດບາດ, ຄວາມສຳຄັນຍຸດທະສາດ, ແມ່ນເຂດດິນແດນສັກສິດ, ແມ່ນສະຖານທີ່ກຳເນີດຜູ້ປີຊາສາມາດດ້ານວັດທະນະທຳ, ວິລະຊົນຂອງຊາດ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖືວ່າ ເມື່ອທຽບໃສ່ກັບຄວາມສາມາດບົ່ມຊ້ອນແລ້ວ ແຂວງເງະອານ ຍັງຕ້ອງພັດທະນາບືນຕົວຂຶ້ນຢ່າງແຮງກ່ວາອີກ:

        “ຂ້າພະເຈົ້າເຫັນວ່າ ແງ່ຫວັງການພັດທະນາຍັງດີຫຼາຍ, ຄວາມສາມາດບົ່ມຊ້ອນຍັງໃຫຍ່ຫຼວງ. ດັ່ງນັ້ນ, ຄວນມີຄວາມມຸ່ງຫວັງບືນຕົວຂຶ້ນແຮງກ່ວາ, ມີຄວາມຕັດສິນໃຈສູງກ່ວາ ໃນອົງຄະນະພັກ. ເຂດດິນແດນວິລະຊົນຄືແນວນີ້, ວັດທະນະທຳ, ປະຊາຊົນດີຄືແນວນີ້ ພວກເຮົາຕ້ອງຕ້ອງບືນຕົວຂຶ້ນ, ບືນຕົວຂຶ້ນຢ່າງໜັກແໜ້ນ.”

        ຕອນຄ່ຳວັນທີ 29 ຕຸລາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມລາຍການສະແດງສິລະປະມີຊື່ວ່າ “ເທບນີຍາຍ ຈ່ວງໂບ່ນ” ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ຈ່ວງໂບ່ນ (ຕາແສງ ໝີເຊີນ, ເມືອງ ໂດເລືອງ, ແຂວງເງະອານ).

ຕອບກັບ

ຂ່າວ/ບົດ​ອື່ນ