ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ປຸກ​ລຸກ​ຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນ​ຂອງ​ຊາດ ດ້ວຍ​ພູມ​ປັນ​ຍາ ແລະ ຫົວ​ຄິດ​ປະ​ດິດ​ສ້າງ

(VOVWORLD) -ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມເປັນປະທານການເຮັດວຽກກັບຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ກ່ຽວກັບການສ້າງ ມະຕິ 2 ສະບັບເພື່ອຍືນສະເໜີຕໍ່ກອງປະຊຸມສູນກາງຊຸດທີ XIV.
ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ປຸກ​ລຸກ​ຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນ​ຂອງ​ຊາດ ດ້ວຍ​ພູມ​ປັນ​ຍາ ແລະ ຫົວ​ຄິດ​ປະ​ດິດ​ສ້າງ - ảnh 1ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນເຊົ້າວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ໂດຍເປັນປະທານການເຮັດວຽກກັບຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ກ່ຽວກັບການສ້າງ ມະຕິ 2 ສະບັບເພື່ອຍືນສະເໜີຕໍ່ກອງປະຊຸມສູນກາງຊຸດທີ XIV (ມະຕິກ່ຽວກັບການປ່ຽນແປງໃໝ່ຮູບແບບພັດທະນາປະເທດຊາດ ອີງຕາມວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການເຫັນເປັນດີຈີຕອນ; ມະຕິກ່ຽວກັບບັນດາມາດຕະການຍຸດທະສາດເພື່ອຊຸກຍູ້ການເຕີບໂຕບັນລຸລະດັບ 2 ຕົວເລກຕິດພັນກັບການກຳນົດສ້າງຮູບແບບການເຕີບໂຕໃໝ່). ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຮຽກຮ້ອງວ່າ:-

ຕ້ອງຕິດແທດ ແລະ ຫັນບັນດາທັດສະນະຂອງພັກກ່ຽວກັບບັນດາເປົ້າໝາຍ ທີ່ໄດ້ຍົກອອກໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໃຫ້ເປັນລະບອບລະບຽບການ. ກຳນົດເນື້ອໃນຂອງ 2 ມະຕິສະບັບນີ້ແມ່ນບັນດາເນື້ອໃນສຳຄັນເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ໃນທັນທີ. ຕ້ອງຮັບປະກັນລັກສະນະຄວາມເປັນໄປໄດ້ ແລະ ມີລັກສະນະກະທຳສູງ, ຕິດພັນກັບວິແຜນການ, ບາດກ້າວ, ແຫຼ່ງກຳລັງປະຕິບັດ. ມະຕິເພື່ອມີການກະທຳ, ມີລັກສະນະຮຽກໂຮມ, ສ້າງແຫຼ່ງບັນດານໃຈ, ສ້າງຄວາມເປັນເອກະພາບສູງໃນທົ່ວພັກ ແລະ ລະບົບການເມືອງ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ແລະ ປຸກລຸກຄວາມມຸ່ງຫວັງອຸທິດສ່ວນ, ແງ່ຫວັງບືນຕົວຂຶ້ນຂອງຊາດດ້ວຍພູມປັນຍາ ແລະ ຫົວຄິດປະດິດສ້າງ.     

ຕອບກັບ

ຂ່າວ/ບົດ​ອື່ນ