ເລຂາທິການໃຫຍ່ ໂຕເລິມ: ພັກ, ລັດ ຈະສືບຕໍ່ໃຫ້ບຸລິມະສິດສູງສຸດແກ່ບັນດານະໂຍບາຍພັດທະນາມະນຸດ
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 – 3 ກຸມພາ 2026), ຕ້ອນຮັບລະດູບານໃໝ່ປີມະເມຍ 2026, ຕອນເຊົ້າວັນທີ 04 ກຸມພາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ກົມການເມືອງ, ຄະນະເລຂາທິການ ໄດ້ພົບປະກັບອະດີດກຳມະການຄະນະບໍລິຫານງານສູນກາງພັກສະໄໝຕ່າງໆ.
ບັນຍາກາດງານພົບປະ |
ເຂົ້າຮ່ວມງານພົບປະ ມີ ທ່ານ ໂຕເລິມ ເລຂາທິການໃຫຍ່ສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ງານພົບປະ |
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ແນະນຳໂດຍສັງເຂບກ່ຽວກັບບັນດາຜົນງານອັນພົ້ນເດັ່ນຂອງປະເທດຊາດໃນທຸກຂົງເຂດ; ພ້ອມທັງໃຫ້ຮູ້ວ່າ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຫຼາຍໜ້າທີ່ຈຸດສຸມໃນວຽກງານກໍ່ສ້າງພັກຈະໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ.
“ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ກຳນົດຄວາມຕັດສິນໃຈປະຕິບັດ 2 ເປົ້າໝາຍ 100 ປີຂອງປະເທດຊາດໃຫ້ປະກົດຜົນເປັນຈິງ. ເພື່ອໃຫ້ປະເທດເຮົາກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045, ພວກເຮົາຕ້ອງສູ້ຊົນບັນລຸໄດ້ລະດັບການເຕີບໂຕ 2 ຕົວເລກຢ່າງລຽນຕິດໃນຕະຫຼອດໄລຍະຈະມາເຖິງ. ພວກເຮົາກຳນົດການເຕີບໂຕໄວ ແຕ່ຕ້ອງຍືນຍົງ, ບົນພື້ນຖານເສດຖະກິດມະຫາພາກເປັນປົກກະຕິ, ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ເພື່ອຫັນບັນດາເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ພວກເຮົາຕ້ອງລົງມືເຮັດໃນທັນທີ”.
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ພັກ, ລັດ ຈະສືບຕໍ່ໃຫ້ບຸລິມະສິດສູງສຸດແກ່ບັນດານະໂຍບາຍພັດທະນາມະນຸດ, ຮັບປະກັນໃຫ້ທຸກຄົນລ້ວນແຕ່ໄດ້ຊົມໃຊ້ຜົນປະໂຫຍດຂອງການພັດທະນາ; ຢຶດໝັ້ນປະຕິບັດທັດສະນະພັດທະນາຢ່າງຮອບດ້ານ ແລະ ກວມລວມ, ບົນເນື້ອໃນຈິດໃຈແມ່ນ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”.
ວັນຫຽວ