ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ແລະ ປະ​ທາ​ນາ​ທິ​ບໍ​ດີ ​ອີຢິບ​ ໄດ້​ແລກ​ປ່ຽນຫຼາຍ​ບັນ​ຫາໃນ​ຂົງເຂດ​ສຳ​ຄັນ

(VOVWORLD) - ທ່ານ Antonio Guterres ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງ ອີຢິບ ຢູ່ລີບີ ໃນການສ້າງສະຖຽນລະພາບຢູ່ປະເທດນີ້ ແລະ ຕີລາຄາສູງຄວາມມານະພະຍາຍາມຂອງ ເອຢິບ ໃນການສະກັດກັ້ນການປະທະກັນລະຫວ່າງປະເທດ  ປາແລດສະຕິນ ແລະ ອິດສະລາແອນ

ວັນທີ 3 ເມສາ, ທ່ານ Abdel - Fattah El – Sisi ປະທານາທິບໍດີ ເອຢິບ ໄດ້ມີການພົບປະເຈລະຈາກັບທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດທີ່ພວມມີການຢ້ຽມຢາມນະຄອນຫຼວງ ກາຍໂຣ, ເພື່ອແນໃສ່ແລກປ່ຽນ ກ່ຽວກັບສະພາບການພາກພື້ນ ແລະ ບັນດາຄວາມມານະພະຍາຍາມສາກົນເພື່ອຢຸດຕິວິກິດການຢູ່ບັນດາປະເທດ ອາຣັບ.

        ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມເພື່ອແນໃສ່ແກ້ໄຂວິກິດການຢູ່ ຊີຣີ, ລີບີ ແລະ ເຢເມນ, ກໍ່ຄືແລກປ່ຽນກ່ຽວກັບຄວາມມານະພະຍາຍາມແກ້ໄຂບັນຫາລະຫວ່າງ ອິດສະລາແອັນ - ປາແລັດສະຕິນ ບົນພື້ນຖານບັນດາມະຕິສາກົນ ແລະ ມາດຕະການແກ້ໄຂຂອງທັງສອງປະເທດ. ຝ່າຍ ອີຢິບ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດເພື່ອແນໃສ່ຊຸກຍູ້ການສ້າງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ ອາຟະລິກາ.

        ສ່ວນທ່ານ Antonio Guterres ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງ ອີຢິບ ຢູ່ລີບີ ໃນການສ້າງສະຖຽນລະພາບຢູ່ປະເທດນີ້ ແລະ ຕີລາຄາສູງຄວາມມານະພະຍາຍາມຂອງ ເອຢິບ ໃນການສະກັດກັ້ນການປະທະກັນລະຫວ່າງປະເທດ  ປາແລດສະຕິນ ແລະ ອິດສະລາແອນ, ສະຫະປະຊາຊາດ ແລະ ອີຢິບ ພວມຮ່ວມມືເພື່ອຜັນຂະຫຍາຍມາດຕະການແກ້ໄຂຂອງ ທັງສອງປະເທດ, ດ້ວຍ Jerusalem ແມ່ນ ນະຄອນຫຼວງ ຂອງ ທັງ  ປາແລດສະຕິນ ແລະ ອິດສະລາແອນ.

        ທ່ານ Antonio Guterres ກໍ່ແຈ້ງໃຫ້ຊາບວ່າຈະໄປຍັງ ລີບີ ພາຍຫຼັງສິ້ນສຸດການຢ້ຽມຢາມ ເອຢິບ ແລະ ຈະມີການປຶກສາຫາລືກ່ຽວກັບສະພາບການຂອງປະເທດອາຟະລິກາເໜືອນີ້.

ຕອບກັບ

ຂ່າວ/ບົດ​ອື່ນ