ເລຂາທິການໃຫຍ່ສະຫະປະຊາຊາດກະຕຸກຊຸກຍູ້ບັນດາປະເທດຕ້ານຄືນການປ່ຽນແປງຂອງດິນຟ້າອາກາດ

ເລຂາທິການໃຫຍ່ສະຫະປະຊາຊາດກະຕຸກຊຸກຍູ້ບັນດາປະເທດຕ້ານຄືນການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki-moon ​
(ພາບ: TTXVN)

(vovworld) – ​ ທີ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 04/11 ​ເນື່ອງ​ໃນ​ໂອ​ກາດສັນຍາ Paris ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ. ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki-moon ​ໄດ​້ກະຕຸກ​ຊຸກຍູ້​ບັນດາ​ປະ​ເທດ​ສືບ​ຕໍ່​ຮັກສາ​ທ່າ​ການ​ກະທຳ ​ເພື່ອ​ອະນາ​ຄົດອັນ​ດີງາມ​ກ່ວາ, ປອດ​ໄພ​ກ່ວາ. ທ່ານເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki-moon ກໍ່​ຊົມ​ເຊີຍ​ເລື່ອງ​ສັນຍາ Paris ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ. ຕາມ​ທ່ານ Ban Ki-moon ​ແລ້ວ ນີ້​​ແມ່ນຂີດ​ໝາຍ​ປະຫວັດສາດ​ຂອງ​ໂລກ ​ເປັນຂີດ​ໝາຍ​ຄວາມ​ມານະ​ພະຍາຍາມ​ຂອງ​ມະນຸດ​ໃນ​ການ​ຮັບ​ມື​ກັບ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

        ສັນຍາ​ທົ​່ວ​ໂລກ​ກ່ຽວ​ກັບ​ການ​ຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ຮັບຮອງ​ເອົາ​ຢູ່ Paris ປະ​ເທດ ຝະລັ່ງ ​ໃນ​ປີ 2015 ຫຼື ​ເອີ້ນ​ວ່າ ສັນຍາ Paris ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄດ້​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 04/11. ດ້ວຍ​ເອກະສານ​ດັ່ງກ່າວ ປະມານ 200 ປະ​ເທດ ຈະ​ເລີ່​ມຕົ້ນ​ປະຕິບັດ​ບັນດາ​ແຜນການ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່ຫລຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແຫ້ວ ຕາມ​ຄຳ​ໝັ້ນ​ສັນຍາທີ່​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ