ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະເຈລະຈາກັບພະເຈົ້າຈັກກະພັດຍີ່ປຸ່ນAkihito

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະເຈລະຈາກັບພະເຈົ້າຈັກກະພັດຍີ່ປຸ່ນAkihito - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ພົບ​ປະ​ເຈລະຈາ​ກັບ​
ພະເຈົ້າ​ຈັກກະພັດ ຍີ່ປຸ່ນ Akihito


(vovworld) –     ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ຍີ່ປຸ່ນ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 16/9, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ພົບ​ປະ​ເຈລະຈາ​ກັບ​ພະ​ເຈົ້າ​ຈັກກະພັດ ຍີ່ປຸ່ນ Akihito. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ​ເຈົ້າ​ຈັກກະ​ພັກ Akihito ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ພັດທະນາ​ວ່ອງ​ໄວ, ​ແທດ​ຈິງ ​ແລະ ດີງາມ​ຂອງ​ການ​ພົວພັນ ຫວຽດນາມ - ຍີ່​ປຸ່ນ ​ໃນ​ຊຸມ​ປີຜ່ານມາ; 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້ ​ເພື່ອ​ຊຸກຍູ້​ຮອບດ້ານ ​ແລະ ​ເຮັດ​ໃຫ້ການ​ພົວພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກ້ວາງ​ຂວາງ ຫວຽດນາມ - ຍີ່​ປຸ່ນ ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ຢູ່ ອາຊີ” ຢ່າງ​ເລິກ​ເຊິ່ງກ່ວາ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າ​ວັນ​ທີ 16/9, ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Ishighe Hiroyuki ​ປະທານ​ອົງການ​ສົ່ງ​ເສີມ​ການ​ຄ້າ​ຕ່າງປະ​ເທດ ຍີ່ປຸ່ນ (JETRO). ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ປາດ​ຖະໜາຢາກ​ໃຫ້ JETRO ໜູນ​ຊ່ວຍ​ວິ​ສາ​ຫະກິດ ຍີ່ປຸ່ນ ລົງທຶນ​ເຂົ້າ​ບັນດາ​ຂົງ​​ເຂດ​ກະສິກຳ ​ແລະ ບັນດາ​ຂະ​ແໜງ​ອຸດສາຫະກຳ​ທີ່​ໄດ້​ຮັບ​ການ​ບຸລິມະສິດ​ຂອງ ຫວຽນາມ, ​ໃນ​ນັ້ນ ມີ​ການ​ຍົກ​ສູງ​ລະບົບ​ມູນ​ຄ່າ​ຜະລິດ​ຕະພັນກະ​ເສດ, ສະບຽງ​ອາຫານ, ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​​ໃຫ້ຜະລິດ​ຕະພັນ​ກະ​ເສດ - ​ເຄື່ອງປາ​ຂອງ​ດົງ, ສິນ​ໃນ​ນ້ຳຂອງ ຫວຽດນາມ ​ແຊກ​ຊຶມ​ເຂົ້າ​ຕະຫລາດ ຍີ່ປຸ່ນ ​ຢ່າງ​ວ່ອງ​ໄວ. ​ແລະ ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕອນ​ຮັບ​ທ່ານ Kenmatsuzawa ປະທານ​ສະພາ​ການ​ທູດ​ປະຊາຊົນ ຍີ່ປຸ່ນ

        ​ໃນ​ວັນ​ດຽວ​ກັນ, ຢູ່​ໂຕ​ກຽວ ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຕ້ອນ​ຮັບ​ການ​ນຳ​ພັກ​ປະຊາທິປະ​ໄຕ​ເສລີ​ ​ແລະ ພັກ​ຍຸຕິ​ທຳ​ໃໝ່​ຂອງ ຍີ່ປຸ່ນ. ​ເມື່ອຕ້ອນ​ຮັບທ່ານ Sadakazu tanigaki ​ເລຂາທິການ​ໃຫຍ່ ພັກ​ປະຊາທິປະ​ໄຕ​ເສລີ  ຍີ່ປຸ່ນ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ສູງ​ບົດບາດ​ຂອງ​ພັກ​ປະຊາທິປະ​ໄຕ​ເສລີ ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ພັດທະນາ​ລະຫວ່າງ 2 ປະ​ເທດ​ກໍ​ຄື​ໃນ​ພັນທະ​ພາບສະມາຊິກສະພາ​ແຫ່ງ​ຊາດ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດ​ທິຜົນ​ໃຫ້​ແກ່​ການ​ພັດທະນາ ການ​ພົວພັນລະຫວ່າງ 2 ປະ​ເທດ.
     ແລະ ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ການ​ນຳ 4 ກຸ່ມ​ບໍ​ລິ​ສັດ ແລະ ບໍ​ລິ​ສັດ​ໃຫຍ່​ຂອງ​ຍີ​ປຸ່ນ​ຄື : Sumitomo,Mitsubishi, Taisei ແລະ ອຸດ​ສາ​ຫະ​ກຳ​ໜັກ Misubishi Omiya Hideaki.

ຂ່າວ/ບົດ​ອື່ນ