ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ເມືອງເກາະຟູ໋ກວກ,ແຂວງກຽນຢາງ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ເມືອງເກາະຟູ໋ກວກ,ແຂວງກຽນຢາງ - ảnh 1

ເລຂາ​ທິການ​​ໃຫຍ່​ຫງວຽນ​ຟູ໋ຈ້ອງ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຢູ່​ເມືອງ​ເກາະ​ຟູ໋ກວກ,​ແຂວງ​ກຽນ​ຢາງ

(vovworld) – ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ພາກ​ໃຕ້, ວັນ​ທີ 16/8, ທ່ານ​ເລຂາທິການ​ໃຫຍ່​ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ​ໄດ້​ລົງ​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່​​ເມືອງ​ເກາະ ຟູ໋ກວກ, ​ແຂວງ ກຽນ​ຢາງ, ສຳ​ຫຼວດສະພາບ​ການ​​ປະຕິບັດໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານ​ກໍ່ສ້າງ​ພັກ, ສ້າງ​ລະບົບ​ການ​ເມືອງ​ໃນ​ບໍລິ​ເວນ.

    ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ​ວ່າ: ກ່ອນ​ອື່ນ​ໝົດ, ​​ເມືອງ​ເກາະ ຟູ໋ກວກ, ​ແຂວງ ກຽນ​ຢາງ ຄວນ​ສຸມ​ໃສ່​ປະຕິບັດ 2 ວຽກ​ງານ​ສຳຄັນພ້ອມ​ກັນ​ນັ້ນ​ແມ່ນ​ສືບ​ຕໍ່​ຊີ້​ນຳ​ຢ່າງ​ເດັດດຽວເພື່ອ​ປະຕິບັດສຳ​ເລັດ​ບັນດາ​ຄາດ​ໝາຍ, ໜ້າ​ທີ່​​ເຊິ່ງໄດ້​ວາງ​ອອກ​ໃນ​ອາຍຸ​ການ 2010 – 2015, ກະກຽມ​ກອງ​ປະຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ​ອາຍຸ​ການ​ຈະ​ມາ​ເຖິງ​​ເປັນ​ຢ່າງ​ດີ. ​ໃນ​ທິດ​ທາງ​ພັດທະນາ​ຂອງ​ເມືອງ​ເກາະ ຟູ໋ກວກ ​ແລະ ກຽນ​ຢາງ, ທ່ານ​ເລຂາ​ທິການ​ໃຫຍ່ ຖື​ວ່າ: ຕ້ອງ​ຖື​ການ​ພັດທະນາ​ການທ່ອງທ່ຽວ​​ແມ່ນ​ຂອດ​ບຸກທະລຸ​ດ້ວຍ​ບັນດາ​ຮູບ​ແບບ​ຄື ການທ່ອງທ່ຽວ​ຊີວະ​ພາບ, ພັກຜ່ອນ​ບຳລຸງ​ສຸຂະພາບ, ການທ່ອງທ່ຽວ​ຈິດ​ວິນ​ຍານ, ທ່ອງ​ທ່ຽວ​ປະຫວັດສາດ. ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ສະ​ເໜີ​ໃຫ້​ແຂວງ ກຽນ​ຢາງ ​ແລະ ​ເມືອງ​ເກາະ ຟູ໋ກວກ ຕ້ອງ​ເອົາ​ໃຈ​ໃສ່​ວຽກງານາ​ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະ​ບຽບຮຽບຮ້ອຍ​ທາງ​ສັງຄົມ, ສືບ​ຕໍ່​ປະຕິບັດ​ມະຕິ​ສູນ​ກາງທີ 4 (ຊຸດ​ທີ 11) ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ເປັນ​ຢ່າງ​ດີ, ຄຳ​ສັ່​ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ, ບັນດາ​ມະຕິ, ຂໍ້​ສະຫລຸບ​ອື່ນໆ​ຂອງ​ສູນ​ກາງ, ກໍ່ສ້າງ​ພັກ​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ.

    ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນອາ​ໄລ​ຫາ​ບັນດາ​ນັກຮົບ​ເສ​ຍສະຫຼະ​ຊີວິດ​ເພື່ອ​ຊາດ ຟູ໋ກວກ, ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ຄຸກ ຟູ໋ກວກ, ຢ້ຽມຢາມ​ຮາກ​ຖານ​ເສດຖະກິດ - ສັງຄົມ​ຂອງ​ເມືອງຈຳ​ນວນ​ໜຶ່ງ.




ຂ່າວ/ບົດ​ອື່ນ