ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງສິ້ນສຸດການຢ້ຽມຢາມອາເມລິກາຢ່າງຈົບງາມ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງສິ້ນສຸດການຢ້ຽມຢາມອາເມລິກາຢ່າງຈົບງາມ - ảnh 1
(ພາບ​ປະ​ກອບ​ຈາກ laodong.com.vn)

(vovworld) – ​ຕອນ​ບ່າ​ຍວ​ັນ​ທີ 12/7, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​​ມາຮອດ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ອາ​ເມ​ລິກ​າ ຢ່າງ​ຈົບ​ງາມ​ຕາມ​ຄຳ​ເຊີນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Barack Obama. ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ ອາ​ເມ​ລິ​ກາ, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຟູ໋​ຈ້ອງ ໄດ້​ເຈ​ລະ​ຈາ​ກັ​ບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama, ໃຫ້​ການ​ຕ້ອນ​ຮັບ​ຜູ້​ຕາງ​ໜ້າ​ການ​ຄ້າ Michael Froman, ຕ້ອນ​ຮັບ​​ການ​ນຳ​ສາ​ສະ​ໜາຕ່າງໆ ອາ​ເມ​ລິ​ກາ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ມີ​ບົດ​ກ່າວ​​ປາ​ໄສ​ທີ່​ສຳ​ຄັນ ແລະ ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່, ຢູ່​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ (CSIS)… ​ທີ່ນະ​ຄອນ ນິວຢອກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki Moon, ຢ້ຽມ​ຢາມ​ຄອບ​ຄົວ​ອະ​ດີດ​​ປະ​ທາ​ນາ​ທິ​ບໍ​ດີ Bill Clinton, ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ການນ​ຳ​ພັກ​ກອມ​ມູ​ນິດ ອາ​ເມ​ລິ​ກາ ແລະ ພົບ​ປະ​ກັບ​ເພື່ອນ​ມິດ​ຝ່າຍຊ້າຍ ອາ​ເມ​ລິ​ກາ…

        ເນື່ອງ​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, 2 ຝ່າ​ຍ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ກ່ຽວ​ກັບ​ວິ​ໄສ​ທັດ​ລວມໃນ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ. 2 ຝ່າຍຢັ້ງ​ຢືນ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ເລິກ​ເຊິ່ງ, ​ໝັ້ນ​ຄົງ ແລະ ແທດ​ຈິງ​ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ບັດ ສ​ປ​ຊ, ກົດ​ໝາຍ​ສາ​ກົນ ແລະ ລະ​ບອບ​ການ​ເມືອງ, ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ. 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ລວມ ແລະ ການ​ຮ່ວມ​ມື​ໃນ​​ຂອບ​ເຂດ 2 ຝ່າຍ ແລະ ຫຼາຍ​ຝ່າຍ, ເພື່​ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ແລະ ຢູ່​ໃນ​ໂລກ. 2 ຝ່າຍ​ສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ບັນ​ດາ​​ການຂັດ​ແຍ້ງ​ກັນ​​ໂດຍສັນ​ຕິ​ວິ​ທີ​ຕາມ​ກົດ​ໝາຍ​ສາ​ກົນ, ​ພິ​ເສດ​ແມ່ນສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ແລະ ຮັບ​ຮູ້​ຄວາມ​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ພ​້ອມ​ທັງສະ​ໜັບ​ສະ​ໜ​ູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ບັນ​ລຸ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).
ຂ່າວ/ບົດ​ອື່ນ