ເລີ່ມດຳເນີນຮອບເຈລະຈາຕັດສິນຊີ້ຂາດລະຫວ່າງອີຣັກແລະກຸ່ມP5+1ຢູ່ໂອຕຣິດ

ເລີ່ມດຳເນີນຮອບເຈລະຈາຕັດສິນຊີ້ຂາດລະຫວ່າງອີຣັກແລະກຸ່ມP5+1ຢູ່ໂອຕຣິດ - ảnh 1
ບັນ​ດານັກ​ເຈ​ລະ​ຈາ ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ຮອບ​ເຈ​ລະ​ຈາ​ມີ​ຄວາມ​ຕັດ​ສິນ​ຊີ້​ຂາດ
(ພາບ: dantri.com.vn)

(vovworld) – ​ວັນ​ທີ 18/11, ຢູ່​ນະ​ຄອນຫຼວງ ​ວຽນ (ປະ​ເທດ ໂອ​ຕ​ຣິດ) ເລີ່ມ​ດຳ​ເນີນ​ຮອບ​ເຈ​ລະ​ຈາ​ຕັດ​ສິນ​ຊີ້​ຂາດ​ລະ​ຫວ່າງ​ຜູ້​ຕາງ​ໜ້າ​ຂອງ ອີ​ຣານ ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ຈີນ, ລັດ​ເຊຍ ແລະ ເຢຍ​ລະ​ມັນ) ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຮອບ​ດ້ານ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ ກ່ອນ​ເວ​ລາ​ກຳ​ນົດ​ສຸດ​ທ້າຍ​ແມ່ນ​ວັນ​ທີ 24/11. ບັນ​ດາ​ການ​ເຈ​ລະ​ຈານີ້ ຖືກ​ດຳ​ເນີນ​ໄປ​ໃນ​ສະ​ພາບ​ການ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼາຍ​ຢ່າງ​ລະ​ຫວ່າງ​​ຝ່າຍກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ບັນ​ຫາຫຼັກ​ແຫຼ່ງ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ Mohammad – Javad Zarif ພາຍຫຼັງ​ໄດ້​ໄປ​ຮອດ ວຽນ ໃຫ້​ຮູ້​ວ່າ: ທ່ານ​ເຊື່ອ​ໝັ້ນ​​ຕໍ່​ຄວາມ​ສາ​ມາດ​​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຢູ່ ​ວຽນ ຖ້າ​ຫາກ​ບັນ​ດາ​ປະ​ເທດ ມ​ະ​ຫາ​ອຳ​ນາດບໍ່​ໄດ້​ຍົກ​ອອກ​ “ຄຳ​ຮຽກ​ຮ້ອງເກີນ​ຄວນ” ກັບ ອີ​ຣານ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອັງ​ກິດ Philip Hammond ຖື​ວ່າ: ບັນ​ດາ​ຝ່າ​ຍ​ອາດ​ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ ກ​່ອນ​ວັນ​ທີ 24/11, ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເຕ​ເຮ​ຣານ ຄວນ “ສະ​ແດງເຈດ​ຕະ​ນາ​ດີ​ກ່​ວາ​ອີກ” ໃນ​ການ​ເກ້ຍກອມບັນ​ດາ​ຄູ່​ຮ່ວມ​ມື​ກ່ຽວ​ກັ​ບ​ລັກ​ສະ​ນະ​ສັນ​ຕິ​ພາບ​ໃນ​ໂຄງ​ການ​ນິວ​ເຄຼຍ​ຂອງ​ຕົນ.

 


ຂ່າວ/ບົດ​ອື່ນ