ເລີ່ມ​ດຳ​ເນີນ​ໂຄງ​ການປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ຮັບ​ມື​ກັບ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ທາງ​ເພດ

(VOVWORLD) -  ຕອນເຊົ້າວັນທີ 31 ພຶດສະພາ, ຢູ່ຮ່າໂນ້ຍ, ສະມາຄົມຊາວກະສິກອນ ຫວຽດນາມ ແລະ ກອງທຶນປະຊາກອນ ສປຊ (UNFPA) ໄດ້ເລີ່ມດຳເນີນໂຄງການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການໃຊ້ຄວາມຮຸນແຮງ ແລະ ບັນດາການກະທຳທຳຮ້າຍອື່ນໆ ໄລຍະ 2022 – 2026 ດ້ວຍຍອດຄ່າໃຊ້ຈ່າຍ 7 ລ້ານ USD.
ເລີ່ມ​ດຳ​ເນີນ​ໂຄງ​ການປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ຮັບ​ມື​ກັບ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ທາງ​ເພດ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີເລີ່ມດຳເນີນໂຄງການ (ພາບ: UNFPA)

ໂຄງການນີ້ນອນໃນຂອບເຂດໂຄງການແຫ່ງຊາດຄັ້ງທີ 10 ຂອງ UNFPA ທີ່ສະຫງວນໃຫ້ແກ່ ຫວຽດນາມ ໄລຍະ 2022 – 2026. ດ້ວຍບົດບາດເປັນເຈົ້າຂອງໂຄງການ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຈະສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແລະ ກະຊວງສາທາລະນະສຸກ ເພື່ອຜັນຂະຫຍາຍຢູ່ 4 ແຂວງ, ນະຄອນ ລວມມີ: ຮ່າໂນ້ຍ, ແທງຮວ໊າ, ດ່າໜັງ ແລະ ເລີມດົ່ງ.

        ໂຄງການດັ່ງກ່າວຈະໜູນຊ່ວຍວຽກງານຂົນຂວາຍ, ໃຫ້ຄຳປຶກສາວຽກງານປັບປຸງ ກົດໝາຍວ່າດ້ວຍການປ້ອງກັນ, ສະກັດກັ້ນການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງ ຍິງ - ຊາຍ. ໂຄງການຍັງຈະສ້າງ, ຜັນຂະຫຍາຍບັນດາຂໍ້ລິເລີ່ມປ່ຽນແປງໃໝ່, ອີງໃສ່ເຕັກນິກດີຈີຕອນກ່ຽວກັບການສື່ສານສັງຄົມ ແລະປ່ຽນແປງການກະທຳເພື່ອແນໃສ່ປຸກລະດົມການເຂົ້າຮ່ວມຂອງວົງຄະນະຍາດຮ່ວມແຮງຮ່ວມໃຈສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດ.

ຕອບກັບ

ຂ່າວ/ບົດ​ອື່ນ