ເລີ່ມ​ຕົ້ນ Festival ຫວຽດ​ນາມ ຄັ້ງ​ທີ 2 ຢູ່​ຝ​ລັ່ງ

(VOVWORLD) -Festival ຫວຽດນາມ ຄັ້ງທີ 2 ຈະດຳເນີນໃນລະຫວ່າງວັນທີ 16 – 18 ກໍລະກົດ ຢູ່ສູນ Paradiski, ຊຶ່ງແມ່ນສະຖານທີ່ຫຼິ້ນສະກີ ທີ່ມີຊື່ສຽງ ຂຶ້ນກັບເທດສະບານ La Plagne Tarentaise, ແຂວງ Savoie, ພາກຕາເວັນອອກສ່ຽງໃຕ້ ປະເທດ ຝລັ່ງ.
ເລີ່ມ​ຕົ້ນ Festival ຫວຽດ​ນາມ ຄັ້ງ​ທີ 2 ຢູ່​ຝ​ລັ່ງ - ảnh 1ການຟ້ອມສິງໂຕຢູ່ Festival ຫວຽດນາມ ຢູ່ ຝລັ່ງ : TTXVN

ນີ້ແມ່ນຄັ້ງທຳອິດ ທີ່ວັນບຸນວັດທະນະທຳ ຫວຽດນາມ ໄດ້ຈັດຕັ້ງຢູ່ເຂດພູສູງ ຂອງຝລັ່ງ, ທ່ານ Silvere Say ສະມາຊິກຄະນະການນຳເທດສະບານ ໃຫ້ຮູ້ວ່າ Festival ຫວຽດນາມ ແມ່ນສ່ວນໜຶ່ງໃນແຜນການພັດທະນາບັນດາການເຄື່ອນໄຫວວັດທະນະທຳໃຫ້ແກ່ເຂດຜັກຜ່ອນບຳລຸງສຸຂະພາບ Paradiski, ຊຶ່ງມີຊື່ສຽງກ່ຽວກັບ ກິລາ ແລະ ການບັນເທີງ. ທ່ານກໍ່ສະແດງຄວາມຫວັງວ່າ Festival ຫວຽດນາມ ຈະແມ່ນຈຸດພົ້ນເດັ່ນ, ດຶງດູດ ແລະ ສ້າງຄວາມປະທັບໃຈຕໍ່ແຂກທ່ອງທ່ຽວ.

ໃນຂອບເຂດ Festival ຍັງມີບັນດາການເຄື່ອນໄຫວທີ່ເຂັ້ມຂຸ້ມໄປດ້ວຍສີສັນຊາດ ຫວຽດນາມ ຄື ການຟ້ອມສິງໂຕ, ການສະແດງຊຸດເສື້ອຍາວ… ອາຫານການກິນ ຫວຽດນາມ ກໍ່ແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນວັນບຸນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ