ເລີ່ມຕົ້ນການເຄື່ອນໄຫວຕ່າງໆໃນ ໂອກາດງານບຸນ ວິຫານ ຮຸ່ງ

ເລີ່ມຕົ້ນການເຄື່ອນໄຫວຕ່າງໆໃນ ໂອກາດງານບຸນ ວິຫານ ຮຸ່ງ - ảnh 1
ພິທີ​ແຫ່​ຫວໍ​ຂຶ້ນ​ວິຫານ​ ຮຸ່ງ
( ພາບ: baomoi.com )

(vovworld) - ​ໂດຍ​ສືບ​ຕໍ່​ລາຍການ​ບູຊາ​ເຈົ້າ​ຊີວິດ ຮຸ່ງ ປີ 2012, ຕອນ​ເຊົ້າ​ວັນ​ທີ 28/3, ຢູ່​ແຂວງ ຟູ໋ທໍ້ ​ໄດ້​ດຳ​ເນີນ​ພິທີ​ແຫ່​ຫວໍ​ຂຶ້ນ​ວິຫານ​ ຮຸ່ງ ​ເພື່ອ​ສະ​ແດງ​ໃຫ້​​ເຫັນຄວາມຮູ້​ບຸນຄຸນ​ທີ່​ມີຕໍ່​ບັນດາ​ເຈົ້າ​ຊີວິດ ຮຸ່ງ, ນີ້​ກໍ່​ແມ່ນ​ພິທີ​ພາວະນາ​ຂໍ​ໃຫ້ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ ​ເພື່ອ​ເຮັດ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ປະ​ເທດ​ຊາດ​ມີ​ຄວາມສັນຕິ​ສຸກ, ຮັ່ງມີ​ເຂັ້ມ​ແຂງ… ​ປ້າ Nguyen Thi Tinh , ຜູ້​ເຂົ້າ​ຮ່ວມ​ພິທີ​ແຫ່​ຫວໍ, ​ໃຫ້​ຮູ້​ວ່າ:

  ”ຄອບຄົວ​ເຮົາ​ມີ​ເອື້ອຍ​ນ້ອງ, ລູກ​ຫຼານ​ປະມານ 10 ຄົນ​ເຂົ້າ​ຮ່ວມ​ພິທີ​ນີ້. ຂ້າພະ​ເຈົ້າ​ເຫັນ​ວ່າ​ມື້​ນີ້​ມ່ວນ​ຫຼາຍ. ຂ້າພະ​ເຈົ້າ​ຫວັງ​ວ່າ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ​, ປີ​ໃດ​ກໍ່​ຈັດ​ພິທີ​ແຫ່​ຫວໍ​ຄື​ແນວ​ນີ້”.

     ພ້ອມ​ກັບ​ການຈັດ​ຕັ້ງ​ບັນດາ​ພິທີ​ງານ​ບຸນ​ມຸ້ງ​ໄປ​ສູ່​ວັນ​ບຸນ​ບູຊາ​ເຈົ້າ​ຊີວິດ ຮຸ່ງ, ​ແຂວງ ຟູ໋ທໍ້​ ຍັງ​ຜັນ​ຂະຫຍາຍຫຼາຍ​ມາດ​ຕະການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ໃນ​ໂອກາດ​ນີ້, ພິ​ເສດ​ແມ່ນ​ໃນ 2 ວັນ​​ຕົ້ນ​ຕໍ່ຂອງ​ງານ​ບຸນ ຄື​ວັນ​ທີ 9 ​ແລະ ວັນ​ທີ 10 ​ເດືອນ 3 ​ໄລ່​ຕາມ​ຈັນທະ​ປະຕິທິນ.

ຂ່າວ/ບົດ​ອື່ນ