ເລີ່ມຕົ້ນໂຄງການຫຼຸດຜ່ອນຄວາມທຸກຍາກຢູ່ເຂດໄຕຫງວຽນ

ເລີ່ມຕົ້ນໂຄງການຫຼຸດຜ່ອນຄວາມທຸກຍາກຢູ່ເຂດໄຕຫງວຽນ - ảnh 1
(ພາບປະກອບ)

(vovworld)-  ວັນ​ທີ່ 11/09, ກະຊວງ​ແຜນການແລະການ​ລົງທຶນ,ທະນາຄານ​ໂລກ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ ແຂວງ​ກວ໋າງ​ນາມ ຈັດ​ຕັ້ງ​ ເລີ່ມຕົ້ນ​ໂຄງການຫຼຸດຜ່ອນ​ຄວາມທຸກ​ຍາກຢູ່​ເຂດ​ໄຕ​ຫງວຽນ-ບໍລິ​ເວນ​ແຂວງ​ກວ໋າງ​ນາມ. ໂຄງການຫຼຸດຜ່ອນ​ຄວາມທຸກ​ຍາກຢູ່​ເຂດ​ໄຕ​ຫງວຽນ​ໄດ້​ປະຕິບັດ​ແຕ່ ປີ 2014 - 2019 ຢູ່​ບໍລິ​ເວນ​ບັນດາ​ແຂວງ​ດັກ​ລັກ,ດັກ​ນົງ,ຢາ​ລາຍ,ກອນ​ຕູມ,ກວ໋າງຫງາຍ ​ແລະ ກວ໋າງນາມ ດ້ວຍ​ຍອດ​ເງິນ​ລົງທຶນທັງ​ໝົດ ​ແມ່ນ 165 ລ້ານ USA ຈາກ​ງົບປະມານ​ຂອງ​ລັດຫວຽດນາມ ​ແລະ ທຶນ​ກູ້​ຢືມ ODA ຈາກ​ທະນາຄານ​ໂລກ. ທີ່​​ແຂວງກວ໋າງນາມ,​ໂຄງການ​ໄດ້​ຜັນ​ຂະຫຍາຍ​ຢູ່ 15 ຕາ​ແສງຂອງ 3​ ເມືອງ​ເຂດພູ​ສູງ​ຄື: ​ເມືອງ​ນາມ​ຈ່າມີ, ​ເມືອງ​ເຟືອ​ກ​ເຊີນ ​ແລະ ​ເມືອງ​ນາມ​ຢາ​ງ ດ້ວຍ​ຈຳນວນ​ເງິນ​ທຶນ​ຄາດ​ຄະ​ເນ ປະມານ 12 ລ້ານ USA. ຈຸດໝາຍ​ຂອງ​ໂຄງການ​ ແມ່ນ​​ເພື່ອ​ຍົກ​ສູງ​ລະດັບ​ຄອງ​ຊີບໂດຍ​ຜ່ານການ​ປົວ​ແປງ​ກາລະ​ໂອກາດ​​ທໍາ​ມາ​ຫາ​ກິນ​ຢູ່​ບັນດາ​ເມືອງ​ທຸກ​ຍາກ​ໃນຂອບ​ເຂດ​ຂອງໂຄງການ ນັບ​ແຕ່​ບັນດາ​ພາກສ່ວນ​ຂອງ​ໂຄງການ​ໄດ້​ຮັບ​ການຜັນ​ຂະຫຍາຍ; ພັດທະນາ​ພື້ນຖານ​ໂຄງ​ລ່າງຂັ້ນ​ຕາ​ແສງແລະບ້ານ; ພັດທະນາ​ວິທີ​ທຳ​ມາ​ຫາ​ກິນ​ຢ່າງ​ໝັ້ນຄົງ; ພື້ນຖານ​ໂຄງ​ລ່າງ​ເຊື່ອມ​ຕໍ່, ຍົກ​ສູງ​ກຳລັງ​ຄວາມ​ສາມາ​ດ ​ແລະ ການ​ສື່ສານ; ຄຸ້ມ​ຄອງ​ໂຄງການ. ຕາມ​ແຜນການ​ແລ້ວ, ຈະ​ມີ​ປະມານ 7.500 ຄອບຄົວຢູ່​ບໍລິ​ເວນ​ແຂວງ​ກວ໋າງນາມ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ໂຄງການ.

ຂ່າວ/ບົດ​ອື່ນ