ເລີ່ມສຳຫຼວດ, ສະ​ຖິ​ຕິ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ 53 ຊົນ​ເຜົ່າ​ສ່ວນ​ໜ້ອຍ

(VOVWORLD) - ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າເຮົ່າອາເລັ່ງ ເນັ້ນໜັກວ່າ ການສຳຫຼວດຈະສະໜອງຖານອັບເດດຂ່າວຄາວ, ຂໍ້ມູນສະຖິຕິ ກ່ຽວກັບຊົນເຜົ່າສ່ວນນ້ອຍ ຢູ່ ຫວຽດນາມ.
ເລີ່ມສຳຫຼວດ, ສະ​ຖິ​ຕິ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ 53 ຊົນ​ເຜົ່າ​ສ່ວນ​ໜ້ອຍ - ảnh 1ພາບປະກອບ:  dangcongsan.vn

ຕອນເຊົ້າວັນທີ 1 ກໍລະກົດ, ຢູ່ແຂວງຮ່ວາບິ່ງ, ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ) ໄດ້ສົມທົບກັບ ຄະນະກຳມະການ ຊົນເຜົ່າຈັດຕັ້ງພິທີເຄື່ອນໄຫວເລີ່ມຕົ້ນການສຳຫຼວດ, ເກັບກຳຂໍ້ມູນກ່ຽວກັບສະພາບການເສດຖະກິດ - ສັງຄົມ 53 ຊົນເຜົ່າສ່ວນໜ້ອຍ. ການສຳຫຼວດໄດ້ປະຕິບັດຢູ່ 54 ແຂວງ, ນະຄອນຂຶ້ນກັບສູນກາງ, ລວມມີ 51 ແຂວງມີຕາແສງຂຶ້ນກັບເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູສູງ ແລະ 3 ແຂວງ, ນະຄອນ ທີ່ມີບັນດາຕາແສງ, ເທດສະບານ ມີຊາວເຜົ່າສ່ວນໜ້ອຍດຳລົງຊີວິດເປັນຈຳນນວນຫຼາຍ (ລວມມີນະຄອນໂຮ່ຈີມິນ, ລອງອານ, ຮ່າຕິງ).

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າເຮົ່າອາເລັ່ງ ເນັ້ນໜັກວ່າ ການສຳຫຼວດຈະສະໜອງຖານອັບເດດຂ່າວຄາວ, ຂໍ້ມູນສະຖິຕິ ກ່ຽວກັບຊົນເຜົ່າສ່ວນນ້ອຍ ຢູ່ ຫວຽດນາມ, ຮັບໃຊ້ການກໍ່ສ້າງ ແລະ ວາງແຜນກຳນົດນະໂຍບາຍພັດທະນາເສດຖະກິດ - ສັງຄົມ ໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍໄລຍະ 2025 – 2030, ຕອບສະໜອງຄວາມຮຽກຮ້ອງຕ້ອງການຮຽບຮຽງບາງດັດສະຊີຂຶ້ນກັບເປົ້າໝາຍພັດທະນາແບບຍືນຍົງ, ພ້ອມທັງເປັນພື້ນຖານອັບເດັດລະບົບຂໍ້ມູນ, ຂ່າວຄາວສະຖິຕິກ່ຽວກັບຊົນເຜົ່າສ່ວນໜ້ອຍຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ