ເລີ່ມເຄື່ອນໄຫວລາຍການ “ເຊື່ອມຕໍ່ອ້ອມແຂນແຫ່ງຄວາມຮັກ” ໜູນຊ່ວຍເດັກກ່ຳພ້າຖືກຜົນກະທົບຈາກໂລກລະບາດໂຄວິດ-19

(VOVWORLD) -ລາຍການໄດ້ຜັນຂະຫຍາຍໃນທົ່ວປະເທດນັບແຕ່ວັນທີ 03 ຕຸລາ 2021, ເພື່ອແນໃສ່ຮຽກຮ້ອງບັນດາອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນຮ່ວມມືເບິ່ງແຍງດູແລ, ໜູນຊ່ວຍເດັກກ່ຳພ້າຖືກຜົນກະທົບຈາກໂລກລະບາດໂຄວິດ-19 ຮອດຕອນອາຍຸ 18 ປີ
ເລີ່ມເຄື່ອນໄຫວລາຍການ “ເຊື່ອມຕໍ່ອ້ອມແຂນແຫ່ງຄວາມຮັກ” ໜູນຊ່ວຍເດັກກ່ຳພ້າຖືກຜົນກະທົບຈາກໂລກລະບາດໂຄວິດ-19 - ảnh 1ພິທີເລີ່ມເຄື່ອນໄຫວລາຍການ
(ພາບ: TTXVN)

ຕອນບ່າຍວັນທີ 03 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສົມທົບກັບບັນດາຫົວໜ່ວຍຮ່ວມຈັດຕັ້ງພິທີເລີ່ມເຄື່ອນໄຫວລາຍການປະຊາຄົມ “ເຊື່ອມຕໍ່ອ້ອມແຂນແຫ່ງຄວາມຮັກ”. ລາຍການໄດ້ຜັນຂະຫຍາຍໃນທົ່ວປະເທດນັບແຕ່ວັນທີ 03 ຕຸລາ 2021, ເພື່ອແນໃສ່ຮຽກຮ້ອງບັນດາອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນຮ່ວມມືເບິ່ງແຍງດູແລ, ໜູນຊ່ວຍເດັກກ່ຳພ້າຖືກຜົນກະທົບຈາກໂລກລະບາດໂຄວິດ-19 ຮອດຕອນອາຍຸ 18 ປີແບບຍືນຍົງ, ຍາວນານ ເພື່ອຊ່ວຍໃຫ້ພວກເດັກຜ່ານຜ່າຄວາມຫຍຸ້ງຍາກ, ຮັບປະກັນຊີວິດການເປັນຢູ່, ຮັບປະກັນບັນດາເງື່ອນໄຂເພື່ອໃຫ້ພວກເດັກພັດທະນາຢ່າງຮອບດ້ານ ແລະ ກາຍເປັນຜູ້ມີຜົນປະໂຫຍດຕໍ່ສັງຄົມ.

ບັນດາອົງການຈັດຕັ້ງ, ສ່ວນບຸກຄົນສາມາດຮ່ວມແຮງຮ່ວມໃຈພ້ອມກັບລາຍການຜ່ານເວບໄຊ www.noivongtaythuong.vn

ລະອຽດແມ່ນ, ລາຍການຈະໜູນຊ່ວຍທຶນສຶກສາໃຫ້ເດັກກ່ຳພ້າຖືກຜົນກະທົບຈາກໂລກລະບາດໂຄວິດ-19, ມີຄອບຄົວ, ຍາດຕິພີນ້ອງເບິ່ງແຍງຢູ່ເຮືອນດ້ວຍລະດັບໜູນຊ່ວຍຕ່ຳສຸດແມ່ນ 500.000 ດົ່ງ/ເດືອນ ຮອດຕອນອາຍຸ 18 ປີ; ລາຍການໄດ້ສົມທົບກັບບໍລິສັດຫຸ້ນສ່ວນ FPT ເປີດໂຮງຮຽນໃຫ້ເດັກກ່ຳພ້າຖືກຜົນກະທົບຈາກໂລກລະບາດໂຄວິດ-19 ໃນເກນອາຍຸແຕ່ 6 ຫາ 18 ປີ… ໃນໄລຍະເບື້ອງຕົ້ນ, ລາຍການໃຫ້ຄຳໝັ້ນສັນຍາອຸປະຖຳໃຫ້ເດັກກ່ຳພ້າ 1.108 ນ້ອງ ຈາກບັນດາອົງການຈັດຕັ້ງ, ຫົວໜ່ວຍ, ສ່ວນບຸກຄົນ.

ໃນເຫດການທີກ່ຽວຂ້ອງ, ຍ້ອນໂລກລະບາດໂຄວິດ -19 ສະນັ້ນຜູ້ອອກແຮງງານ ຈຳນວນໜຶ່ງໃນບໍລິເວນນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມຕ້ອງພັກງານ. ເພື່ອຊ່ວຍໃຫ້ຈຳນວນຜູ້ອອກແຮງງານດັ່ງກ່າວຫຼຸດຜ່ອນຄວາມຫຍຸ້ງຍາກ, ລັດຖະບານໄດ້ປະກາດໃຊ້ຂໍ້ຕົກລົງກ່ຽວກັບການປະຕິບັດນະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ຄົນງານຖືກຜົນກະທົບຈາກໂລກລະບາດໂຄວິດ-19 ຈາກກອງທຶນປະກັນໄພຫວ່າງງານ. ບ້ວງເງິນໜູນຊ່ວຍດ້ວຍເງິນສົດໃຫ້ແກ່ຜູ້ອອກແຮງງານຄາດວ່າແມ່ນກວ່າ 4.200 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ