ເລີ່ມເຄື່ອນໄຫວໂຄງການຮ່ວມມືສາທາລະນະສຸກລະຫວ່າງ ຫວຽດນາມ ແລະ ອົງການອະນາໄມໂລກໄລຍະ 2018 -2019

(VOVWORLD) - ອົງການອະນາໄມໂລກ ຍາມໃດກໍ່ແມ່ນຄູ່ຮ່ວມມືໜ້າໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ໃນພາລະກິດແຫ່ງການສົ່ງເສີມ, ຮັກສາ ແລະ ຍົກສູງສຸຂະພາບຂອງປະຊາຊົນ. 


ວັນທີ 24 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ໄດ້ສົມທົບກັບອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ເລີ່ມເຄື່ອນໄຫວໂຄງການຮ່ວມມືການແພດລະຫວ່າງ ຫວຽດນາມ ແລະ ອົງການອະນາໄມໂລກ ໄລຍະ 2018 – 2019. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລກວາງເກື່ອງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ອົງການອະນາໄມໂລກ ໄດ້ໜູນຊ່ວຍດ້ານການແພດ ຫວຽດນາມ ໃນຫຼາຍຂົງເຂດຄື ປ້ອງກັນ, ຕ້ານໂລກລະບາດ, ການປິ່ນປົວ, ໃຫ້ຄຳປຶກສານະໂຍບາຍ, ການບຳລຸງສ້າງນັກຊ່ຽວຊານ… ດ້ວຍການຊ່ວຍເຫຼືອຂອງອົງການອະນາໄມໂລກ, ກຳລັງຄວາມສາມາດໃນການຄຸ້ມຄອງ ແລະ ວິຊາສະເພາະດ້ານເຕັກນິກໃນຫຼາຍຂົງເຂດຂອງຂະແໜງການແພດ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນ. ອົງການອະນາໄມໂລກ ຍາມໃດກໍ່ແມ່ນຄູ່ຮ່ວມມືໜ້າໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ໃນພາລະກິດແຫ່ງການສົ່ງເສີມ, ຮັກສາ ແລະ ຍົກສູງສຸຂະພາບຂອງປະຊາຊົນ. ໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ໄລຍະ 2018 – 2019 ໄດ້ຮັບການອະນຸມັດຜ່ານຈາກລັດຖະບານ.


ຕອບກັບ

ຂ່າວ/ບົດ​ອື່ນ