ເວ​ທີ​ປາ​ໄສ ກ່ຽວ​ກັບການ​ຄ້າ ເອ​ເລັກ​ໂຕ​ນິກ ຫວຽດ​ນາມ

(VOVWORLD) -ເວທີປາໄສກ່ຽວກັບດ້ານການຄ້າ ເອເລັກໂຕນິກ ຫວຽດນາມ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ມິຖຸນາ ຢູ່ນະຄອນ ໂຮ່ຈີມິນ. 
ເວ​ທີ​ປາ​ໄສ ກ່ຽວ​ກັບການ​ຄ້າ ເອ​ເລັກ​ໂຕ​ນິກ ຫວຽດ​ນາມ - ảnh 1 ເວທີປາໄສກ່ຽວກັບດ້ານການຄ້າ ເອເລັກໂຕນິກ ຫວຽດນາມ

ນີ້ແມ່ນເຫດການປະຈຳປີ ໂດຍສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ຈັດຕັ້ງ, ດ້ວຍການອຸປະຖຳຂອງກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ  ເວທີປາໄສປີນີ້ມີຫົວຂໍ້ຈຸດສຸມແມ່ນ “ເພີ່ມ ລະດັບຄວາມໄວພາຍຫຼັງ ໂລກລະບາດ”.

ຕາມສະຫະສະມາຄົມການຄ້າເອເລັກໂຕນິກຫວຽດນາມ ແລ້ວ, ຍ້ອນຜົນສະທ້ອນຈາກໂລກລະບາດ Covid – 19 ນັບແຕ່ຕົ້ນປີ 2020 ມາຮອດທ້າຍເດືອນເມສາ, ການຄ້າພາຍໃນປະເທດກໍ່ຄືສາກົນຖືກຂາດວັກຂາດຕອນ, ມີວິສາຫະກິດຫຼາຍແຫ່ງຕ້ອງຫຼຸດຜ່ອນການເຄື່ອນໄຫວດຳເນີນທຸລະກິດ ຫຼື ຊ້ຳບໍ່ໜຳແມ່ນປິດປະຕູ, ຍຸບເລີກ. ທ່ານ ດັ່ງຮ່ວາງຫ໋າຍ, ຫົວໜ້າກົມການຄ້າເອເລັກໂຕນິກ  ແລະ  ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

ຄວາມຈິງແລ້ວ, ໂລກລະບາດ Covid        19 ແມ່ນປັດໄຈກະຕຸກຊຸກຍູ້ການຄ້າເອເລັກໂຕນິກ. ມີວິສາຫະກິດຫຼາຍແຫ່ງ ກ່ອນໜ້ານີ້ ບໍ່ເຄີຍຂາຍສິນຄ້າທາງອອນລາຍແຕ່ໃນປັດຈຸບັນກໍ່ທຳການຂາຍທາງອອນລາຍ, ມີຫຼາຍຄົນບໍ່ຮູ້ຈັກວິທີຊື້ເຄື່ອງທາງອອນລາຍ ມາໃນປັດຈຸບັນກໍ່ຊື້ເຄື່ອງທາງອອນລາຍແລ້ວ. ໂລກລະບາດ Covid 19, ເມື່ອສັງເກດຕາມທິດທີ່ຕັ້ງໜ້າ ແມ່ນໄດ້ຊຸກຍູ້ການຫັນເປັນດີຈີຕອນ. ຍິ່ງໄປກ່ວານັ້ນ ແມ່ນ ການຕັດສິນໃຈຂອງລັດຖະບານ, ດ້ວຍແຜນການສັງລວມ ພັດທະນາການຄ້າເອເລັກໂຕນິກ ໄລຍະ 2021 2025, ດ້ວຍຫຼາຍເປົ້າໝາຍຢ່າງລະອຽດ, ນັ້ນແມ່ນ ກຳລັງໜູນໃນການພັດທະນາການຄ້າເອເລັກໂຕນິກ.

ຕອບກັບ

ຂ່າວ/ບົດ​ອື່ນ