ເວ​ທີ​ປາ​ໄສ ຕຳຫຼວດ​ທະ​ເລ ອາ​ຊຽນ ເພື່ອ​ວິ​ໄສ​ທັດ​ຮັບ​ປະ​ກັນ​ຄວາມ​ໝັ້ນຄົງ​ໃນ​ການ​ເດີນ​ເຮືອ

(VOVWORLD) - ເວທີປາໄສ ຕຳຫຼວດທະເລ ອາຊຽນ ດ້ວຍຫົວຂໍ້ “ວິໄສທັດໃຫ້ແກ່ເຂດທະເລແຫ່ງສັນຕິພາບ, ຄວາມປອດໄພ ແລະ  ໝັ້ນຄົງ”ຄັ້ງທຳອິດໄດ້ຈັດຕັ້ງຂຶ້ນຢູ່ Bali ປະເທດ ອິນໂດເນເຊຍ ແຕ່ວັນທີ 22 – 25 ພະຈິກ.

ເວ​ທີ​ປາ​ໄສ ຕຳຫຼວດ​ທະ​ເລ ອາ​ຊຽນ ເພື່ອ​ວິ​ໄສ​ທັດ​ຮັບ​ປະ​ກັນ​ຄວາມ​ໝັ້ນຄົງ​ໃນ​ການ​ເດີນ​ເຮືອ - ảnh 1ທ່ານ ພົນເຮືອຕີ Aan Kurnia ກ່າວຄຳເຫັນທີ່ການຖະແຫຼງຂ່າວໄຂ ເວທີປາໄສ ຕຳຫຼວດທະເລ ອາຊຽນ ຢູ່ອິນໂດເນເຊຍ (ພາບ: Kompas)

ເວທີປາໄສ ໄດ້ປະກອບສ່ວນຊອກຫາວິໄສທັດລວມ, ຮັບປະກັນໃຫ້ພາກພື້ນມີຄວາມປອດໄພ ແລະ ສະດວກເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ. ບັນດາຜູ້ແທນເຂົ້າຮ່ວມເວທີປາໄສໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນການເດີນທະເລກໍ່ຄືແຜນການທີ່ໄດ້ແບ່ງປັນຂໍ້ມູນຂ່າວສານລະຫວ່າງອົງການຄວາມໝັ້ນຄົງການເດີນເຮືອຢູ່ພາກພື້ນອາຊຽນໃນແຕ່ລະເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ